ການຄ້າສິນຄ້າຂາເຂົ້າ-ຂາອອກຂອງແຂວງໄຫຫຼຳຈີນໃນໄຕມາດທຳອິດປີນີ້ເພີ່ມຂຶ້ນ 65,4%

2022-05-03 16:48:51 cri

      ໃນໄຕມາດທຳອິດຂອງປີນີ້, ການຄ້າກັບຕ່າງປະເທດຂອງແຂວງໄຫຫຼຳຈີນໄດ້ຮັບໝາກຜົນທີ່ດີ,ມູນຄ່າການຄ້າສິນຄ້າຂາເຂົ້າ-ຂາອອກໄດ້ມີເຖິງ 43,51 ຕື້ຢວນ, ເພີ່ມຂຶ້ນ 65,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັງຫວະການເຕີບໂຕໄວກວ່າລະດັບສະເລ່ຍຂອງທົ່ວປະເທດ 54,7%, ຂຶ້ນເປັນອັນດັບໜຶ່ງໃນທົ່ວປະເທດຈີນ.

      ໃນເດືອນມັງກອນປີນີ້, ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼື ອາເຊັບ(RCEP) ໄດ້ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການ, ແຂວງໄຫຫຼຳເລີຍໄດ້ກຳແໜ້ນໂອກາດຊຸກຍູ້ການພັດທະນາ. ໃນໄຕມາດທຳອິດປີນີ້, ການຄ້າລະຫວ່າງແຂວງໄຫຫຼຳຂອງຈີນກັບປະເທດສະມາຊິກອາເຊັບໄດ້ກວມຫຼາຍກວ່າ 30%, ມູນຄ່າການສົ່ງອອກແລະນຳເຂົ້າຕໍ່ປະເທດສະມາຊິກອາເຊັບມີເຖິງ 14,09 ຕື້ຢວນ,ເພີ່ມຂຶ້ນ 45,8%.