ເຄື່ອງຈັກຜະລິດໄຟຟ້າສຸດທ້າຍຂອງໂຮງໄຟຟ້ານິວເຄລຍແຫ່ງທຳອິດຢູ່ພາກຕາເວັນອອກສຽງເໜືອຂອງຈີນມີຄວາມສາມາດຜະລິດໄຟຟ້າແລ້ວ

2022-05-03 16:47:45 cri

      ບໍລິສັດຜະລິດໄຟຟ້ານິວເຄລຍຫົງຢຽນເຫີຫຼຽວໜິງຈຳກັດຂອງຈີນແຈ້ງໃຫ້ຮູ້ວ່າ: ເຄື່ອງຈັກຜະລິດໄຟຟ້າເລກ 6 ຂອງໂຮງໄຟຟ້ານິວເຄລຍຫົງຢຽນເຫີຫຼຽວໜິງໄດ້ສຳເລັດການສົ່ງເຂົ້າເຄືອຂ່າຍເປັນຄັ້ງທຳອິດໃນວັນທີ 2 ພຶດສະພານີ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າເຄື່ອງຈັກດັ່ງກ່າວມີຄວາມສາມາດຜະລິດໄຟຟ້າແລ້ວ,ເປັນການຢ່ວງບາດກ້າວທີ່ສຳຄັນໃນການບັນລຸການດຳເນີນງານທາງການຄ້າ.

      ຂ່າວແຈ້ງໃຫ້ຮູ້ວ່າ: ໃນຂະບວນການສົ່ງເຂົ້າເຄືອຂ່າຍດັ່ງກ່າວ,ຕົວເລກມາດຖານຕ່າງໆມີຄວາມໝັ້ນທ່ຽງແລະເປັນປົກກະຕິ,ສະພາບຂອງເຄື່ອງຈັກກໍ່ດີ. ຫຼັງຈາກນີ້ໄປ, ພະນັກງານຈະດຳເນີນການທົດລອງຕ່າງໆຕາມແຜນການ,ເພື່ອກວດສອບຢັ້ງຢືນສະມັດຕະພາບຊະນິດຕ່າງໆຂອງເຄື່ອງຈັກດັ່ງກ່າວຕື່ມອີກ.

      ນັບມາຮອດທ້າຍປີກາຍນີ້, ໂຮງໄຟຟ້ານິວເຄລຍຫົງຢຽນເຫີຫຼຽວໜິງໄດ້ສຳເລັດການຜະລິດໄຟຟ້າສົ່ງເຂົ້າເຄືອຂ່າຍລວມທັງໝົດມີເຖິງ 194,4 ຕື້ກິໂລວັດໂມງ, ເທົ່າກັບໄດ້ຫຼຸດການສິ້ນເປືອງຖ່ານຫີນທີ່ໄດ້ມາດຖານ 59,11 ລ້ານໂຕນ ແລະຫຼຸດການລະບາຍກາກບອນດີອອກຊິດ 163 ລ້ານໂຕນ.