ທ່ານ ສີຈິ້ນຜິງ ຕອບຈົດໝາຍເພື່ອໃຫ້ກຳລັງໃຈແກ່ຊາວໜຸ່ມການບິນອະວະກາດທັງຫຼາຍ

2022-05-04 16:52:52 cri

      ໃນໂອກາດວັນຊາວໜຸ່ມຈີນທີ 4 ພຶດສະພາ, ວັນທີ 2 ພຶດສະພານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ,ປະທານປະເທດຈີນ,ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຈົດໝາຍຄະນະຊາວໜຸ່ມກໍ່ສ້າງສະຖານີອະວະກາດຂອງກຸ່ມບໍລິສັດວິທະຍາສາດເຕັກນິກການບິນອະວະກາດຈີນ,ເພື່ອສະແດງຄວາມອວຍພອນຕໍ່ຊາວໜຸ່ມທຸກຖ້ວນໜ້າທີ່ເຮັດວຽກຢູ່ແນວໂຮມການບິນອະວະກາດ,ພ້ອມທັງສະແດງຄວາມປາຖະໜາທີ່ຈິງໃຈຕໍ່ພວກສະຫາຍ.

      ທ່ານ ສີຈິ້ນຜິງ ກ່າວຜ່ານທາງຈົດໝາຍວ່າ: ເມື່ອໄດ້ອ່ານຈົດໝາຍຂອງພວກສະຫາຍແລ້ວ,ຂ້າພະເຈົ້າກໍ່ເລີຍໄດ້ຄິດຫວນຄືນເຖິງເລື່ອງທີ່ເຄີຍໄປຢ້ຽມຢາມແລະແລກປ່ຽນຄວາມເຫັນກັບພະນັກງານຊາວໜຸ່ມດ້ານການຄົ້ນຄວ້າວິທະຍາສາດຢູ່ທີ່ນັ້ນເມື່ອ 9 ປີກ່ອນ. ໃນ 9 ປີຜ່ານມາ, ຈາກສະຖານີອະວະກາດທ່ຽນກົ່ງ,ດາວທຽມເປີຍໂຕວ, ຍານສຳຫຼວດດວງຈັນສາງເອີຕະຫຼອດຮອດຫ້ອງແກນກາງຫຼືໂມດູນທ່ຽນເຫີ,ຍານສຳຫຼວດດາວອັງຄານທ່ຽນເວີ້ນແລະດາວທຽມສຳຫຼວດດວງອາທິດຊີ່ເຫີ,ພາລະກິດການບິນອະວະກາດຂອງຈີນໄດ້ສ້າງປະຫວັດສາດໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ຊາວໜຸ່ມການບິນອະວະກາດຈຳນວນຫຼວງຫຼາຍໄດ້ປະຕິບັດແລະແບກຫາບໜ້າທີ່ອັນສຳຄັນ ໜັກໜ່ວງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງໂສມໜ້າແລະຈິດໃຈສູ້ຊົນບຸກບືນກ້າວໄປຂ້າງໜ້າຂອງຊາວໜຸ່ມຈີນໃນຍຸກໃໝ່.

      ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ຫວັງໃຫ້ຊາວໜຸ່ມການບິນອະວະກາດທັງຫຼາຍສາມາດຜັນຂະຫຍາຍຈິດໃຈ “ສອງລູກສອນໄຟແລະໜຶ່ງດາວທຽມ”ແລະຈິດໃຈການບິນອະວະກາດບັນທຸກມະນຸດ,ກ້າປະດິດສ້າງໃໝ່ແລະບຸກທະລຸ, ເພື່ອສ້າງຜົນງານອັນໃໝ່ອີກເທື່ອໜຶ່ງໃນການເຮັດໃຫ້ວິທະຍາສາດເຕັກນິກການບິນອະວະກາດຈີນສາມາດຕັ້ງຕົວຂຶ້ນແລະສ້າງຄວາມເຂັ້ມແຂງທີ່ມີລະດັບສູງດ້ວຍຕົນເອງ.