ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ: ອີຣານພວມເຈລະຈາກັບອາເມຣິກາກ່ຽວກັບບັນຫານິວເຄຣຍອີຣານຜ່ານການແລກປ່ຽນຂໍ້ມູນຂ່າວສານທາງລາຍລັກອັກສອນ

2022-05-04 12:23:17 CRI


     ວັນທີ 3 ພຶດສະພານີ້, ທ່ານຮົສເຊນ ອາເມຍ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານໃຫ້ສຳພາດຕໍ່ນັກຂ່າວວ່າ: ອີຣານພວມເຈລະຈາກັບອາເມຣິກາກ່ຽວກັບການຟື້ນຟູການປະຕິບັດຕາມສັນຍາວ່າດ້ວຍບັນຫານິວເຄຣຍອີຣານຜ່ານການແລກປ່ຽນຂໍ້ມູນຂ່າວສານທາງລາຍລັກອັກສອນ.


     ຕາມຂ່າວສານຕັສນິມອີຣານລາຍງານວ່າ: ທ່ານອັບໂດລາຮຽນກ່າວວ່າ: ອີຣານພວມແລກປ່ຽນຂໍ້ມູນຂ່າວສານກັບອາເມຣິກາໂດຍຜ່ານຜູ້ຕາງໜ້າຂອງສະຫະພາບເອີຣົບ, ເພື່ອຍົກເລີກການລົງໂທດຝ່າຍດຽວທີ່ມີຕໍ່ອີຣານ. ເປົ້າໝາຍຂອງອີຣານໃນການເຈລະຈາແມ່ນບັນລຸສັນຍາທີ່ມີຜົນບັງຄັບໃຊ້ຢ່າງເຂັ້ມແຂງ ແລະຍືນຍົງ. ທ່ານຍັງກ່າວຕື່ມວ່າ: ອາເມຣິກາຕ້ອງໃຊ້ທ່າທີຕົວຈິງ, ຍົກເລີກການລົງໂທດຕໍ່ອີຣານໃນທຸກຂົງເຂດ ແລະເຮັດໃຫ້ອີຣານມີການຮັບປະກັນດ້ານເສດຖະກິດ, ນີ້ແມ່ນວຽກງານບຸລິມະສິດຂອງອີຣານໃນການເຈລະຈາ.