ກອງທັບ ສ.ເກົາຫຼີ ກ່າວວ່າ: ສປປ ເກົາຫຼີໄດ້ຍິງວັດຖຸທີ່ບໍ່ຮູ້ວ່າແມ່ນຫຍັງໃສ່ເຂດທະເລຕາເວັນອອກຂອງແຫຼມເກົາຫຼີ

2022-05-04 16:57:47 cri

      ວັນທີ 4 ພຶດສະພານີ້, ກອງເສນາທິການຮ່ວມຂອງ ສ.ເກົາຫຼີ ລາຍງານວ່າ: ໃນມື້ດຽວກັນ, ສປປ ເກົາຫຼີ ໄດ້ຍິງວັດຖຸທີ່ບໍ່ຮູ້ວ່າແມ່ນຫຍັງໃສ່ເຂດທະເລຕາເວັນອອກຂອງແຫຼມເກົາຫຼີ.

      ກອງເສນາທິການຮ່ວມຂອງ ສ.ເກົາຫຼີ ໄດ້ແຈ້ງຂ່າວດັ່ງກ່າວຜ່ານຂໍ້ຄວາມສັ້ນທີ່ສົ່ງໃຫ້ສື່ມວນຊົນໃນມື້ດັ່ງກ່າວ, ແຕ່ບໍ່ໄດ້ເປີດເຜີຍໃຫ້ຮູ້ລາຍລະອຽດ. ສຳນັກຂ່າວສານຢົນຮັບຂອງ ສ.ເກົາຫຼີ ລາຍງານວ່າ: ກອງທັບ ສ.ເກົາຫຼີ ພວມດຳເນີນການວິເຄາະໄລຍະທາງການຍິງ,ຄວາມສູງແລະຕົວເລກຂໍ້ມູນທີ່ກ່ຽວຂ້ອງອື່ນໆຂອງວັດຖຸທີ່ ສປປ ເກົາຫຼີ ຍິງໃນເທື່ອນີ້.