ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງປະທານາທິບໍດີຕີມໍແລັດສະເຕຄົນໃໝ່

2022-05-04 12:09:40 CRI

     ວັນທີ 3 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານໂຈເຊ ມານຸເອນ ຣາມົສ ອໍຕາ ເພື່ອອວຍພອນທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດປະຊາທິປະໄຕຕີມໍແລັດສະເຕ.


     ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ນັບແຕ່ຈີນກັບຕີມໍແລັດສະເຕສ້າງສາຍພົວພັນທາງການທູດນຳກັນເປັນເວລາ 20 ປີມານີ້, ການຮ່ວມມືຕົວຈິງລະຫວ່າງສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ການພົວພັນລະຫວ່າງສອງຝ່າຍໄດ້ຮັບການຂະຫຍາຍຕົວຢ່າງຫຼວງຫຼາຍ ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ ແລະສະແດງໃຫ້ເຫັນເຖິງຄວາມສະເໝີພາບກັນແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງປະເທດໃຫຍ່ແລະປະເທດນ້ອຍ. ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: “ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ຕີມໍແລັດສະເຕ, ຍິນດີພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີອໍຕາ, ເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຮອບດ້ານທີ່ມີໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່.”