ທະນາຄານກາງອາເມຣິກາຕົກລົງຈະຂຶ້ນດອກເບ້ຍ 0,5% ທັງຫຼຸດການຊື້ພັນທະບັດ ແລະຫຼຸດໜີ້

2022-05-05 15:20:12 cri

ຕອນບ່າຍວັນທີ 4 ພຶດສະພານີ້, ທະນາຄານກາງອາເມຣິກາ ຫຼື Fed ໄດ້ຈັດກອງປະຊຸມ ໂດຍໄດ້ຕົກລົງຈະຂຶ້ນດອກເບ້ຍຂອງກອງທຶນສະຫະລັດອາເມຣິກາ 0,5% ເພື່ອຫຼຸດອັດຕາເງິນເຟີ້ຢູ່ອາເມຣິກາທີ່ຖີບຕົວສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຫຼັງຈາກຂຶ້ນດອກເບ້ຍແລ້ວ, ອັດຕາດອກເບ້ຍຂອງກອງທຶນສະຫະລັດອາເມຣິກາຈະເພີ່ມຂຶ້ນຮອດ 0,75% ຫາ 1%. ນີ້ເປັນຄັ້ງທຳອິດໃນໄລຍະ 22 ປີທີ່ຜ່ານມາ ທີ່ທະນາຄານກາງອາເມຣິກາໄດ້ຂຶ້ນດອກເບ້ຍໃນຄັ້ງດຽວເຖິງ 0,5%.

ພ້ອມກັນນີ້, ທະນາຄານກາງອາເມຣິກາຍັງໄດ້ປະກາດຈະເລີ່ມປະຕິບັດແຜນການຊື້ພັນທະບັດ ແລະຫຼຸດໜີ້ສິນ ຄື: ນັບແຕ່ເດືອນມິຖຸນາປີນີ້ເປັນຕົ້ນໄປ, ແຕ່ລະເດືອນຈະຫຼຸດໜີ້ສິນຈຳນວນ 47,5 ຕື້ໂດລາສະຫະລັດ ຈາກບັນຊີງົບດຸນທີ່ມີຈຳນວນ 9.000 ຕື້ໂດລາສະຫະລັດ. ຫຼັງຈາກນັ້ນ 3 ເດືອນ, ແຕ່ລະເດືອນຈະຫຼຸດໜີ້ສິນຈຳນວນ 95 ຕື້ໂດລະຫະລັດ.