ຣັດເຊຍສັ່ງຫ້າມບໍ່ໃຫ້ຄົນຍີ່ປຸ່ນ 63 ຄົນເຂົ້າແດນຣັດເຊຍຈົນເທົ່າໃດໆ

2022-05-05 14:50:46 cri

ເວັບໄຊກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການໃນວັນທີ 4 ພຶດສະພານີ້, ໂດຍໄດ້ສັ່ງຫ້າມບໍ່ໃຫ້ປະຊາຊົນຍີ່ປຸ່ນ 63 ຄົນລວມທັງທ່ານຟູມິໂອ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນເຂົ້າແດນຣັດເຊຍຈົນເທົ່າໃດໆ.

ຖະແຫຼງການລະບຸວ່າ: ລັດຖະບານຍີ່ປຸ່ນໄດ້ສ້າງຂະບວນການຕ້ານຣັດເຊຍ, ເຫັນດີໃຫ້ຊາວຍີ່ປຸ່ນກ່າວຖ້ອຍຄວາມທີ່ຣັດເຊຍຮັບບໍ່ໄດ້, ໃສ່ຮ້າຍປ້າຍສີແລະຂົ່ມຂູ່ຣັດເຊຍໂດຍກົງ. ໂດຍພິຈາລະນາເຖິງສະພາບການດັ່ງກ່າວທັງລັດຖະບານຍີ່ປຸ່ນໄດ້ໃຊ້ມາດຕະການລົງໂທດປະຊາຊົນຣັດເຊຍ, ຣັດເຊຍຈຶ່ງຕົກລົງຫ້າມບໍ່ໃຫ້ປະຊາຊົນຍີ່ປຸ່ນຈຳນວນໜຶ່ງເຂົ້າດິນແດນຣັດເຊຍຈົນເທົ່າໃດໆ.

ມື້ດຽວກັນ, ທ່ານຟູມິໂອ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ: ຕົນເອງຮັບບໍ່ໄດ້ຕໍ່ການຕັດສິນໃຈຂອງຣັດເຊຍ.