ແໜງວ່າຈະຊ່ວຍອູແກຼນ, ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາໃຫ້ດີຂຶ້ນຢ່າງແທ້ຈິງຊິບໍ່ດີກວ່າຫວາ

2022-05-05 21:17:57 cri

ຫວ່າງມໍ່ໆມານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຮຽກຮ້ອງໃຫ້ລັດຖະສະພາອາເມຣິກາຜ່ານຍັດຕິວ່າດ້ວຍການເບີກຈ່າຍງົບປະມານເພີ່ມເຕີມທີ່ມີມູນຄ່າ 33 ຕື້ໂດລາສະຫະລັດ, ເພື່ອສະໜອງປືນໃຫຍ່ແລະອາວຸດຕ້ານລົດຖັງຫຼາຍກວ່າເກົ່າໃຫ້ອູແກຼນ, ກ່ອນໜ້ານີ້ອາເມຣິກາໄດ້ໃຫ້ການຊ່ວຍເຫຼືອຄວາມໝັ້ນຄົງແກ່ອູແກຼນຫຼາຍກວ່າ 3 ຕື້ໂດລາແລ້ວ, ຍັດຕິດັ່ງກ່າວໄດ້ເຮັດໃຫ້ລາຍຈ່າຍຂອງອາເມຣິກາໃນດ້ານການຊ່ວຍເຫຼືອອູແກຼນເທົ່າກັບລາຍຈ່າຍສະເລ່ຍຕໍ່ປີທີ່ອາເມຣິການຳໃຊ້ເພື່ອເຮັດສົງຄາມຢູ່ອັຟການີສະຖານ, ແລະອາດຈະຫຼາຍກວ່າລາຍຈ່າຍດັ່ງກ່າວ.

ໃນຕົ້ນປີນີ້, ລັດຖະບານໄບເດັນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການກໍ່ສ້າງພື້ນຖານໂຄງລ່າງທີ່ມີມູນຄ່າ 2.500 ຕື້ໂດລາສະຫະລັດ, ເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງຂອງປະເທດເຊັ່ນ: ທາງຫຼວງ, ຂົວ, ທາງລົດໄຟ, ການຂົນສົ່ງສາທາລະນະແລະອື່ນໆທີ່ເປັນບ້ວງເງິນຫຼາຍທີ່ສຸດໃນໃນຫຼາຍສິບປີຜ່ານມາ. ແຕ່ໂດຍຜ່ານການປຶກສາຫາລືຢູ່ລັດຖະສະພາອາເມຣິກາຫຼາຍຄັ້ງແຕ່ກໍຍັງບໍ່ຜ່ານ, ແຕ່ເມື່ອຮ່າງກົດໝາຍດັ່ງກ່າວໄດ້ຫຼຸດຈຳນວນເງິນໃຫ້ຍັງເຫຼືອ 1.200 ຕື້ໂດລາແລ້ວຈຶ່ງສາມາດຜ່ານການຮັບຮອງຈາກລັດຖະສະພາອາເມຣິກາໄດ້. ນອກຈາກນີ້, ບ້ວງເງິນ 1.200 ຕື້ໂດລາດັ່ງກ່າວຍັງຕ້ອງອອກເປັນ 12 ໂຄງການນ້ອຍ, ບາງໂຄງການນ້ອຍພຽງແຕ່ມີວົງເງິນ 10 ຕື້ໂດລາເທົ່ານັ້ນ. ແຕ່ວ່າເງິນສະໜັບສະໜູນອູແກຼນ 33 ຕື້ໂດລານັ້ນ, ພັດມີຈຳນວນຫຼາຍກວ່າໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼາຍໂຄງການແທ້ໆ. ຖ້າວ່າເອົາຈຳນວນເງິນ 33 ຕື້ໂດລາເຫຼົ່ານີ້ໄປນຳໃຊ້ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາໃຫ້ດີຂຶ້ນ, ຈະສາມາດແກ້ໄຂບັນຫາທາງສັງຄົມຂອງອາເມຣິກາໄດ້ຫຼາຍທີ່ສຸດ.

ຄັນຊັ້ນປະຊາຊົນອາເມຣິກາຈະມີຄຳເຫັນແນວໃດຕໍ່ກັບເລື່ອງນີ້? ຫວ່າງມໍ່ໆມານີ້, ຊາວເນັດອາເມຣິກາຜູ້ໜຶ່ງໄດ້ພົສຮູບພາບແຜ່ນໜຶ່ງລົງໃນສື່ສັງຄົມອອນລາຍຂອງອາເມຣິກາ, ໃນພາບດັ່ງກ່າວເຫັນຊາວອາເມຣິກາຂາດທີ່ຢູ່ອາໄສຈຳນວນຫຼວງຫຼາຍພັກຢູ່ຕູບຜ້າເຕັນແຄມຖະໜົນໂລສແອງເຈີລິສແລະໄດ້ຂຊຽນຄຳເຫັນປະກອບພາບດັ່ງກ່າວວ່າ: “ອາເມຣິກາກຳລັງໃຫ້ການຊ່ວຍເຫຼືອອູແກຼນ 33 ຕື້ໂດລາສະຫະລັດ, ຂະນະດຽວກັນ, ແຄມຖະໜົນໂລສແອງເຈີລິສຂອງອາເມຣິກາພັດມີສະພາບແບບນີ້.” ຖ້າວ່າຊາວອາເມຣິກາໃນພາບດັ່ງກ່າວຮູ້ວ່າລັດຖະບານອາເມຣິກາເບີກເງິນ 33 ຕື້ໂດລາເພື່ອເອົາໄປຊ່ວຍເຫຼືອອູແກຼນ, ຫາກບໍ່ໄດ້ນຳໃຊ້ເງິນຈຳນວນນີ້ມາປັບປຸງຊີວິດການເປັນຢູ່ຂອງພວກເຂົາໃຫ້ດີຂຶ້ນ, ພວກເຂົາຈະຄິດແນວໃດ?

ຖ້າຫາກສັງເກດເບິ່ງປະຫວັດສາດອາເມຣິກາ, ໂດຍສະເພາະແມ່ນປະຫວັດສາດພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ໃນດ້ານການຊ່ວຍເຫຼືອປະເທດອື່ນທາງດ້ານການທະຫານ, ອາເມຣິກາໄດ້ໃຊ້ເງິນຈຳນວນມະຫານສານແຕ່ພັດບໍ່ປະສົບຜົນສຳເລັດຫຼາຍພໍປານໃດ. ເງິນໂດລາຈຳນວນຫຼວງຫຼາຍແລະອາວຸດທັນສະໄໝຂອງອາເມຣິກາໄດ້ສົ່ງໄປຊ່ວຍເຫຼືອປະເທດພັນທະມິດແຕ່ພັດບໍ່ປະສົບຜົນສຳເລັດຫຍັງເລີຍ. ນັບແຕ່ອຳນາດການປົກຄອງຈຽງໄຄເຊັກຈົນຮອດອຳນາດການປົກຄອງເກົາຫຼີໃຕ້, ຈາກສົງຄາມຫວຽດນາມຈົນຮອດສົງຄາມອັຟການີສະຖານ, ອິດທິກຳລັງທີ່ໄດ້ຮັບການສະໜັບສະໜູນຈາກອາເມຣິກາເຫຼົ່ານັ້ນເກືອບບໍ່ມີຝ່າຍໃດມີຈຸດຈົບທີ່ດີ, ແຕ່ສະພາບແບບນີ້ພັດອາດຈະເກີດຂຶ້ນກັບລັດຖະບານອາເມຣິກາຊຸດນີ້ອີກຄັ້ງໜຶ່ງ.

ໃນເວລາເຫັນຊາວອາເມຣິກາຂາດທີ່ຢູ່ອາໄສ, ລັດຖະບານອາເມຣິກາຄວນສຳຫຼວດຕົນເອງຄືນວ່າຄວນໃຫ້ການຊ່ວຍເຫຼືອອູແກຼນ 33 ຕື້ໂດລາຫຼືບໍ່? ແໜງວ່າຈະໃຫ້ການຊ່ວຍເຫຼືອອູແກຼນດ້ານການທະຫານເພື່ອໃຫ້ອູແກຼນໄປສູ້ກັບຣັດເຊຍ, ເອົາງົບປະມານທີ່ມີຄວາມຈຳກັດເຂົ້າໃນວຽກງານປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາໃຫ້ດີຂຶ້ນຈະບໍ່ດີກວ່າຫວາດ ທັງປັບປຸງສະພາບການດ້ານສິດທິມະນຸດຂອງອາເມຣິກາທີ່ນັບມື້ນັບຊຸດໂຊມລົງໃຫ້ດີຂຶ້ນຊິບໍ່ດີກວ່າອີກຫວາ.