ວັນທີ 3 ພຶດສະພານີ້, ຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ທ່ານນາງຊີຕີ ນາເດຍ ໂຄສົກກະຊວງສາທາລະນະສຸກອິນໂດເນເຊຍໄດ້ຢືນຢັນວ່າ: ປະເທດຕົນມີເດັກນ້ອຍ 3 ຄົນເສຍຊີວິດຍ້ອນອັກເສບຕັບທີ່ບໍ່ຮູ້ສາເຫດໃນເດືອນເມສາປີນີ້. ປັດຈຸບັນ, ຍັງບໍ່ທັນພົບເຫັນຜູ້ເປັນພະຍາດອື່ນ.
ທ່ານນາງຊີຕີ ນາເດຍກ່າວຕື່ມວ່າ: ກະຊວງສາທາລະນະສຸກອິນໂດເນເຊຍພວມດຳເນີນການກວດຫາເຊື້ອພະຍາດຢ່າງຮອບດ້ານ ເພື່ອຢືນຢັນສາເຫດການເປັນພະຍາດແລະສາເຫດຂອງການເສຍຊີວິດຂອງຜູ້ປ່ວຍ 3 ຄົນດັ່ງກ່າວ ພ້ອມທັງຈະດຳເນີນການສຳຫຼວດແລະຄົ້ນຄວ້າດ້ານລະບາດວິທະຍາ. ທ່ານນາງຊີຕີ ນາເດຍຍັງໄດ້ເຕືອນໃຫ້ປະຊາຊົນຈົ່ງມີສະຕິລະວັງຕົວຕໍ່ອາການອັກເສບຕັບທີ່ບໍ່ຮູ້ສາເຫດດັ່ງກ່າວ ແລະ ກ່າວເຕືອນພໍ່ແມ່ຂອງເດັກທັງຫຼາຍວ່າ: ຖ້າເດັກນ້ອຍປະກົດມີອາການດັ່ງກ່າວ, ຄວນໄປປິ່ນປົວຢູ່ໂຮງໝໍໃນທັນທີ.