ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມມືອາຊີບແລ້ວ

2022-05-05 17:10:35 cri

ວັນທີ 5 ພຶດສະພານີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມມືອາຊີບຢ່າງເປັນທາງການ. ທ່ານສາມາດລົງທະບຽນສະໝັກເຂົ້າຮ່ວມຜ່ານທາງເວັບໄຊ(www.ciie.org), APP ຫຼື Mini-Program ຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ.

ຖ້າທ່ານມີບັນຫາໃນເວລາລົງທະບຽນ, ສາມາດສອບຖາມຜ່ານສາຍດ່ວນບໍລິການຂອງທາງການ ຄື: +86-21-968888. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຈະປະຕິບັດຕາມມາດຕະການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ, ລາຍລະອຽດທີ່ກ່ຽວຂ້ອງ ຈະແຈ້ງໃຫ້ຜູ້ເຂົ້າຮ່ວມທີ່ໄດ້ລົງທະບຽນຮັບຮູ້ ຢ່າງທັນການ.