ຮົງກາລີບໍ່ສະໜັບສະໜູນແຜນການຂອງສະຫະພາບເອີຣົບທີ່ລົງໂທດຣັດເຊຍຮອບໃໝ່

2022-05-05 14:46:43 cri


ວັນທີ 4 ພຶດສະພານີ້, ທ່ານປີເຕີ ຊີຈາໂຕ ລັດຖະມົນຕີກະຊວງການຕ່າງປະເທດຮົງກາລີ ກ່າວວ່າ: ຮົງກາລີບໍ່ສະໜັບສະໜູນແຜນການຂອງສະຫະພາບເອີຣົບທີ່ຈະລົງໂທດຣັດເຊຍຮອບໃໝ່, ຍ້ອນວ່າແຜນການດັ່ງກ່າວຈະທຳລາຍຄວາມໝັ້ນຄົງໃນການສະໜອງພະລັງງານໃຫ້ຫັບຮົງກາລີ.

ວັນທີ 4 ພຶດສະພານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ສະເໜີຍັດຕິກ່ຽວກັບມາດຕະການລົງໂທດຣັດເຊຍຄັ້ງທີ 6, ໃນນັ້ນລວມທັງຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍຢ່າງຮອບດ້ານກ່ອນທ້າຍປີນີ້. ມື້ດຽວກັນ, ທ່ານຊີຈາໂຕ ໄດ້ຂຽນບົດຄວາມລົງໃນສື່ສັງຄົມອອນລາຍວ່າ: ການສະໜອງພະລັງງານໃຫ້ກັບຮົງກາລີໃນປັດຈຸບັນແມ່ນມີຄວາມໝັ້ນຄົງແລະໝັ້ນທ່ຽງ, ແຕ່ມາດຕະການລົງໂທດຣັດເຊຍຮອບໃໝ່ຈະເຮັດໃຫ້ຮົງກາລີບໍ່ສາມາດໄດ້ຮັບນ້ຳມັນເຊື້ອໄຟຕາມຄວາມຕ້ອງການຂອງຕົນໄດ້.