ມູນຄ່າການຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນໄດ້ບັນລຸຫຼາຍກວ່າ 5 ຕື້ໂດລາສະຫະລັດ ພາຍຫຼັງເປີດນຳໃຊ້ເປັນເວລາ 5 ເດືອນ

2022-05-05 17:01:29 cri

ໃນເວລາ 5 ເດືອນພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນ ຄື ນັບແຕ່ວັນທີ 3 ທັນວາປີ 2021 ຈົນມາຮອດປັດຈຸບັນ, ດ່ານພາສີຄຸນໝີງ ໄດ້ກວດ ແລະອະນຸຍາດໃຫ້ຜ່ານດ່ານສຳລັບລົດໄຟຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນຈຳນວນ 441 ຖ້ຽວໄປ-ກັບ ຫຼືເທົ່າກັບ 882 ຖ້ຽວ, ປະລິມານການຂົນສົ່ງສິນຄ້າບັນລຸໄດ້ 461.500 ໂຕນ, ມີມູນຄ່າ 5,043 ຕື້ຢວນ, ໃນນັ້ນ, ສົ່ງອອກ 152.600 ໂຕນ, ມີມູນຄ່າ 3,733 ຕື້ຢວນ; ນຳເຂົ້າ 308.900 ໂຕນ, ມີມູນຄ່າ 1,31 ຕື້ຢວນ.

ການບໍລິການຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນ ໄດ້ພັດທະນາຢ່າງວ່ອງໄວ, ສິນຄ້ານຳເຂົ້າ ແລະສົ່ງອອກໄດ້ກວມເອົາ 18 ປະເພດ ມີ 700 ກວ່າຊະນິດ ເຊັ່ນ: ຜະລິດຕະພັນກະສິກຳ, ຜະລິດຕະພັນກົນຈັກແລະເຄື່ອງໄຟຟ້າ, ແຮ່ທາດ ແລະອື່ນໆ, ເຄືອຂ່າຍການຂົນສົ່ງໄດ້ກວມເອົາ 10 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ສິງກະໂປ ແລະອື່ນໆ.