ລະດັບຄວາມບໍ່ໝັ້ນຄົງດ້ານທັນຍາຫານໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ

2022-05-05 15:40:53 CRI

ວັນທີ 4 ພຶດສະພານີ້ຕາມເວລາທ້ອງຖິ່ນ, ອົງການຟາວແຫ່ງສະຫະປະຊາຊາດໄດ້ເຜີຍແຜ່ “ບົດລາຍງານກ່ຽວກັບວິກິດການດ້ານທັນຍາຫານທົ່ວໂລກ 2022” ໂດຍສະແດງໃຫ້ເຫັນວ່າ: ໃນປີ 2021, ມີປະຊາກອນ 193 ລ້ານຄົນໃນ 53 ປະເທດ ຫຼື ເຂດແຄວ້ນໃນຂອບເຂດທົ່ວໂລກໄດ້ປະສົບກັບວິກິດການດ້ານທັນຍາຫານ ຫຼືຄວາມບໍ່ໝັ້ນຄົງດ້ານທັນຍາຫານໄດ້ເພີ່ມຂຶ້ນສູງ ເຊິ່ງໄດ້ເພີ່ມຂຶ້ນເກືອບ 40 ລ້ານຄົນ ເມື່ອທຽບໃສ່ປີ 2020 ແລະ ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.

ບົດລາຍງານເຫັນວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດມີຄວາມບໍ່ໝັ້ນຄົງດ້ານທັນຍາຫານເພີ່ມຂຶ້ນສູງໃນປັດຈຸບັນແມ່ນຍ້ອນສົງຄາມ, ສະພາບອາກາດທີ່ຮຸນແຮງ ແລະ ວິກິດການດ້ານເສດຖະກິດ. ທົ່ວໂລກໄດ້ປະເຊີນກັບຄວາມບໍ່ໝັ້ນຄົງດ້ານທັນຍາຫານທີ່ໜັກໜ່ວງ, ຈຳນວນປະຊາກອນທີ່ຕ້ອງການຄວາມຊ່ວຍເຫຼືອດ້ານທັນຍາຫານເພື່ອຄວາມຢູ່ລອດໃນຂອບເຂດທົ່ວປະເທດໄດ້ເພີ່ມຂຶ້ນດ້ວຍຈັງຫວະທີ່ໜ້າເຫຼືອເຊື່ອ. ການແກ້ໄຂວິກິດການດ້ານທັນຍາຫານໂດຍພື້ນຖານໄດ້ກາຍເປັນບັນຫາຮີບດ່ວນກວ່າທຸກເວລາໃນປະຫວັດສາດ, ຖ້າພຽງໃຊ້ມາດຕະການຫຼັງວິກິດການ ຈະບໍ່ສາມາດແກ້ໄຂບັນຫາທີ່ກ່ຽວຂ້ອງໄດ້.