ສະພາໂອລິມປິກອາຊີໄດ້ຕົກລົງເລື່ອນເວລາຈັດງານກິລາເອຊຽນເກມຫັງໂຈ່ວ

2022-05-06 16:59:26 cri

ຕອນເຊົ້າວັນທີ 6 ພຶດສະພານີ້, ສະພາໂອລິມປິກອາຊີທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຄູເວດໄດ້ອອກຖະແຫຼງການ, ໂດຍຕົກລົງເລື່ອນເວລາຈັດງານມະຫາກຳກິລາເອຊຽນເກມຫັງໂຈ່ວ. ໃນຖະແຫຼງການລະລຸວ່າ: ໂດຍຜ່ານການປຶກສາຫາລືກັບຄະນະກຳມະການໂອລິມປິກຈີນແລະຄະນະກຳມະການຈັດງານເອຊຽນເກມຫັງໂຈ່ວຢ່າງລະອຽດ, ຈຶ່ງໄດ້ຕົກລົງເລື່ອນເວລາຈັດງານມະຫາກຳກິລາເອຊຽນເກມຄັ້ງທີ 19 ທີ່ໄດ້ກຳນົດຈະຈັດຂຶ້ນຢູ່ນະຄອນຫັງໂຈ່ວ ຂອງຈີນແຕ່ວັນທີ 10 ຫາ 25 ກັນຍາປີນີ້, ຝ່າຍຕ່າງໆທີ່ກ່ຽວຂ້ອງຈະປະກາດວັນເວລາຈັດງານເອຊຽນເກມຄັ້ງນີ້ຫຼັງຈາກໄດ້ປຶກສາຫາລືກັນແລ້ວ.

ຖະແຫຼງການໄດ້ເນັ້ນໜັກວ່າ: ຊື່ແລະກາໝາຍຂອງງານມະຫາກຳກິລາເອຊຽນເກມຄັ້ງທີ 19 ຈະບໍ່ປ່ຽນແປງ, ສະພາໂອລິມປິກອາຊີເຊື່ອວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງຝ່າຍຕ່າງໆ, ງານມະຫາກຳກິລາເອຊຽນເກມຫັງໂຈ່ວຈະໄດ້ຮັບຜົນສຳເລັດຢ່າງຈົບງາມແນ່ນອນໃນທີ່ສຸດ.