ການສົ່ງເຄື່ອງດ່ວນໃນທົ່ວປະເທດຈີນໃນໄລຍະພັກວັນກຳມະກອນສາກົນໄດ້ເພີ່ມຂຶ້ນ 19,7%

2022-05-06 14:54:28 CRI

ວັນທີ 5 ພຶດສະພານີ້, ອົງການໄປສະນີແຫ່ງຊາດຈີນໄດ້ແຈ້ງໃຫ້ຮູ້ວ່າ: ໄດ້ຮັບຫໍ່ເຄື່ອງເພື່ອສົ່ງດ່ວນໃນທົ່ວປະເທດຈີນໃນໄລຍະພັກວັນກຳມະກອນສາກົນມີເຖິງ 1,34 ຕື້ອັນ, ໄດ້ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ຈັດສົ່ງຫໍ່ເຄື່ອງດ່ວນ1,47 ຕື້ອັນ, ໄດ້ເພີ່ມຂຶ້ນ 19,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.