WHO ແຈ້ງວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດຫຼາຍກວ່າ 513 ລ້ານກໍລະນີ

2022-05-07 11:02:39 cri


ຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 22 ໂມງ 31 ນາທີຂອງວັນທີ 6 ພຶດສະພານີ້ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິເປັນ ພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດເຖິງ 513.955.910 ກໍລະນີ, ມີຜູ້ເສຍຊີວິດ ລວມທັງໝົດແມ່ນ 6.249.700 ຄົນ. ວັນທີ 6 ພຶດສະພານີ້, ໃນທົ່ວໂລກມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 519.522 ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຍ້ອນເປັນພະຍາດດັ່ງກ່າວ 2.057 ຄົນ.