ລັດຖະບານລາວປະດັບຫຼຽນກາແຮງງານໃຫ້ພະນັກງານດີເດັ່ນCMG

2022-05-07 10:34:29 cri

ວັນທີ 6 ພຶດສະພານີ້ທີ່ຫໍວັດທະນະທຳແຫ່ງຊາດ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວ(ຖວທ)ໄດ້ຕາງໜ້າລັດຖະ ບານ ແຫ່ງສປປ ລາວ ປະດັບຫຼຽນກາແຮງງານໃຫ້ທ່ານນາງ Hua chunmei ຫົວໜ້າພາກພາ ສາລາວ ສູນອາຊີ-ອາຟຣິກາ ສະຖານີວິທະຍຸໂທລະພາບສູນກາງຈີນ(CMG) ແລະ ທ່ານນາງ Mo xiaoling ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ(CRI)ປະຈໍາລາວທີ່ມີຜົນງານດີເດັ່ນ ໃນການປະກອບສວ່ນເຫື່ອແຮງ, ສະຕິປັນຍາເຂົ້າໃນການເຄື່ອນໄຫວສໍາຄັນໃນການເພີ່ມ ພູນຄູນສ້າງໄມຕີຈິດມິດຕະພາບລະຫວ່າງລາວ-ຈີນ.

ການປະດັບຫຼຽນກາແຮງງານຄັ້ງນີ້ແມ່ນປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ132/ນ.ຍ ລົງວັນທີ25/4/5/2022ເພື່ອຈຸດປະສົງຍ້ອງຍໍສັນລະເສີນບຸກຄົນ ຫຼືອົງການ ທັງພາຍໃນປະເທດກໍຄືຕ່າງປະເທດທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາສປປລາວ. ໂອກາດດຽວກັນ, ທ່ານ ລັດຖະມົນຕີ ກະຊວງ ຖວທ ຍັງໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ຖວທ ໃຫ້ແກ່ທ່ານ Xu delin ຫົວໜ້ານັກຂ່າວ CRI ປະຈຳລາວທີ່ໄດ້ມີຜົນງານ ດີເດັ່ນໃນໄລຍະຜ່ານມາ.

ທ່ານຮອງລັດຖະມົນຕີກະຊວງຖວທ, ທີ່ປຶກສາສະຖານທູດຈີນ ປະຈໍາ ລາວ ພ້ອມດ້ວຍ ຜູ້ຕາງໜ້າຈາກກະຊວງ ຖວທ, ກະຊວງການຕ່າງປະເທດ, ສະມາຄົມມິດຕະພາບລາວ-ຈີນ, ຄະນຳກໍາມະການຮ່ວມມືລາວ-ຈີນ, ສະພາການຄ້າຈີນ ປະຈໍາ ສປປ ລາວກໍໄດ້ເຂົ້າຮ່ວມໃນ ພິທີດັ່ງກ່າວ. 

ພາກພາສາລາວຂອງ CMG ລະບົບ AM ໄດ້ສ້າງຕັ້ງຂຶ້ນໃນວັນທີ 15 ທັນວາປີ 1956 ແລະມາເຖິງວັນທີ 15 ພະຈິກປີ 2006 ໄດ້ກະຈາຍສຽງອອກອາກາດໃນລະບົບ FM 93 Mhz ຢູ່ນະຄອນຫຼວງວຽງຈັນ, ເຊິ່ງປັດຈຸບັນອອກອາກາດມື້ລະ 19 ຊົ່ວໂມງທີ່ມີລາຍການຂ່າວ, ລາຍການບັນເທີງແລະອື່ນໆ ແລະມີເພື່ອນມິດຜູ້ຟັງຫຼາຍກວ່າ 1 ລ້ານຄົນ. ນອກນັ້ນ ຍັງໄດ້ຮັບການຍ້ອງຍໍຕີລາຄາສູງຈາກການນໍາສູງສຸດຂອງພັກ ແລະ ລັດຖະບານລາວໃນນາມ “ເປັນສ່ວນປະກອບອັນສໍາຄັນຂອງສື່ມວນຊົນລາວ ເປັນຕົວແບບຂອງການຮ່ວມມືດ້ານສື່ມວນຊົນລະຫວ່າງລາວ-ຈີນ ແລະເຄີຍໄດ້ຮັບຫຼຽນກາມິດຕະພາບຈາກລັດຖະບານລາວຢ່າງສົມກຽດໃນປີ 2016.