ລາຄາອາຫານໃນທົ່ວໂລກໃນເດືອນເມສາຜ່ານມານີ້ໄດ້ຫຼຸດລົງໜ້ອຍໜຶ່ງ

2022-05-07 15:08:07 CRI

ວັນທີ 6 ພຶດສະພານີ້, ອົງການຟາວແຫ່ງສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານໂດຍສະແດງໃຫ້ເຫັນວ່າ: ຄຽງຄູ່ກັບລາຄານ້ຳມັນພືດແລະເຂົ້າປະເພດຕ່າງໆໄດ້ຫຼຸດລົງ, ດັດສະນີລາຄາອາຫານຂອງອົງການຟາວໃນເດືອນເມສາປີນີ້ໄດ້ຫຼຸດລົງໜ້ອຍໜຶ່ງ. ກ່ອນໜ້ານີ້, ຍ້ອນວ່າສົງຄາມຣັດເຊຍແລະອູແກຣນໄດ້ສ້າງຜົນກະທົບໃຫ້ກັບຕະຫຼາດທັນຍາຫານທົ່ວໂລກ, ດັດສະນີດັ່ງກ່າວເຄີຍສ້າງສະຖິຕິສູງສຸດໃນປະຫວັດສາດໃນເດືອນມີນາປີນີ້.

ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ດັດສະນີລາຄາອາຫານຂອງອົງການຟາວໃນເດືອນເມສາແມ່ນ 158,5 ຈຸດ, ໄດ້ຫຼຸດລົງ 0,8% ເມື່ອທຽບໃສ່ເດືອນມີນາ ແລະ ໄດ້ເພີ່ມຂຶ້ນ 29,8% ເມື່ອທຽບໃສ່ເດືອນເມສາປີກາຍນີ້.

ທ່ານມາກຊີໂມ ໂຕເຣໂຣ ຫົວໜ້ານັກເສດຖະສາດຂອງອົງການຟາວກ່າວວ່າ: ເວົ້າສຳລັບປະເທດທີ່ຂາດທັນຍາຫານແລະມີລາຍໄດ້ຕ່ຳແລ້ວ, ດັດສະນີລາຄາອາຫານຫຼຸດລົງຖືວ່າເປັນຂ່າວດີ, ແຕ່ລະດັບລາຄາອາຫານໃນທົ່ວໂລກຍັງຢູ່ໃນລະດັບໃກ້ຈຸດສູງສຸດຂອງໄລຍະມໍ່ໆມານີ້ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ຕະຫຼາດອາຫານຍັງມີຄວາມຂ້ຽວຂາດ ແລະ ເປັນສິ່ງທ້າທາຍຕໍ່ຄວາມໝັ້ນຄົງດ້ານທັນຍາຫານຂອງກຸ່ມຄົນດ້ອຍໂອກາດໃນທົ່ວໂລກ.