ຍີ່ປຸ່ນຄວນເຮັດເລື່ອງທີ່ສົ່ງຜົນດີຕໍ່ການຊຸກຍູ້ໃຫ້ອາຊີຕາເວັນອອກມີສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຫຼາຍກວ່າ

2022-05-07 15:07:11 CRI

ວັນທີ 5 ພຶດສະພານີ້, ເວັບໄຊຄະນະທູດຈີນປະຈຳອາຊຽນໄດ້ແຈ້ງຂ່າວວ່າ: ວັນທີ 30 ເມສາຜ່ານມານີ້, “ໜັງສືພິມຈາກາຕາໂພສ” ທີ່ເປັນສື່ມວນຊົນສຳຄັນຂອງອາຊຽນພ້ອມເວັບໄຊຂອງໜັງສືພິມດັ່ງກ່າວຕ່າງກໍ່ໄດ້ລົງພິມບົດຄວາມພ້ອມລາຍເຊັນຂອງທ່ານເຕິ້ງຊີຈຸ່ນ ເອກອັກຄະລັດຖະທູດຈີນປະຈຳອາຊຽນ ທີ່ພາດຫົວຂໍ້ວ່າ “ຍີ່ປຸ່ນຄວນເຮັດເລື່ອງທີ່ສົ່ງຜົນດີຕໍ່ການຊຸກຍູ້ໃຫ້ອາຊີຕາເວັນອອກມີສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຫຼາຍກວ່າ”.

ບົດຄວາມລະບຸວ່າ: ຫວ່າງມໍ່ໆມານີ້, ທ່ານຊິນໂຈ ອາເບ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ພິມບົດຄວາມທີ່ພາດຫົວຂໍ້ວ່າ “ອາເມຣິກາຕ້ອງຢຸດຕິນະໂຍບາຍທີ່ຄຸມເຄືອທາງຍຸດທະສາດກ່ຽວກັບບັນຫາໄຕ້ຫວັນ” ໂດຍໄດ້ວິພາກວິຈານວຽກງານພາຍໃນຂອງຈີນຢ່າງບັງອາດ ແລະ ສະແດງທັດສະນະທີ່ບໍ່ຖືກຕ້ອງກ່ຽວກັບບັນຫາໄຕ້ຫວັນ.

ບົດຄວາມກ່າວເນັ້ນວ່າ: ບັນດາປະເທດໃນອາຊຽນມີຫຼັກໝັ້ນທີ່ຖືກຕ້ອງກ່ຽວກັບບັນຫາໄຕ້ຫວັນມາໂດຍຕະຫຼອດ ໂດຍໄດ້ຍຶດໝັ້ນປະຕິບັດຕາມນະໂຍບາຍ “ປະເທດຈີນດຽວ”, ເດັດດ່ຽວຄັດຄ້ານ “ໄຕ້ຫວັນເປັນເອກະລາດ”, ຖ້ອຍຄຳທີ່ຜິດພາດທີ່ກ່ຽວຂ້ອງຂອງທ່ານຊິນໂຈ ອາເບະ ແມ່ນຂາຍບໍ່ອອກໃນຕະຫຼາດອາຊຽນ. ຫວັງວ່າ, ໃນຖານະເປັນໜຶ່ງໃນສະມາຊິກໃນວົງຄະນາຍາດອາຊີຕາເວັນອອກ, ຍີ່ປຸ່ນຄວນຢຸດຕິການເປັນ “ຖານທີ່ໝັ້ນ” ແລະ “ລູກມື” ຂອງອາເມຣິກາຢູ່ພາກພື້ນອາຊີປາຊີຟິກ ທີ່ຍອມປະຕິບັດຕາມ “ຍຸດທະສາດອິນໂດປາຊີຟິກ” ແລະ “ສະແຫວງຫາສິດເປັນເຈົ້າອຳນາດ” ຂອງອາເມຣິກາ, ຄວນເຮັດເລື່ອງທີ່ສົ່ງຜົນດີຕໍ່ການຊຸກຍູ້ໃຫ້ອາຊີຕາເວັນອອກມີສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຫຼາຍກວ່າ.