ສປປ ລາວ ປະກາດຈະຟື້ນຟູການເປີດດ່ານສາກົນສຳລັບການເຂົ້າອອກເມືອງທຸກດ່ານແຕ່ວັນທີ 9 ພຶດສະພານີ້ເປັນຕົ້ນໄປ

2022-05-08 13:25:26 cri


   ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ແຫ່ງຊາດລາວໄດ້ປະກາດໃນກອງປະຊຸມຖະແຫຼງຂ່າວທີ່ຈັດ ຂຶ້ນໃນຕອນແລງວັນທີ 7 ພຶດສະພານີ້ວ່າ:ຈະຟື້ນຟູການເປີດດ່ານສາກົນສຳລັບ ການເຂົ້າອອກເມືອງທຸກດ່ານແຕ່ວັນທີ 9 ພຶດສະພານີ້ເປັນຕົ້ນໄປ.ຜູ້ຮ້ອງຂໍເຂົ້າ ເມືອງສາມາດຮ້ອງຂໍວີຊາໄດ້ຢູ່ສະຖານທູດແລະສະຖານກົງສູນລາວປະຈຳທ້ອງ ຖິ່ນແລະເວັບໄຊe-visa,ຫຼືເຮັດວີຊາກັບດ່ານຢູ່ດ່ານທີ່ກຳນົດໄວ້.ສຳລັບຜູ້ທີ່ມີໃບ ຢັ້ງຢືນການສັກວັກຊິນຕ້ານພະຍາດໂຄວິດ-19 ຄົບໂດສ,ບໍ່ຕ້ອງກວດຫາເຊື້ອ ກ່ອນອອກເດີນທາງຫຼືພາຍຫຼັງເຂົ້າເມືອງແລ້ວ;ສຳລັບຜູ້ທີ່ບໍ່ມີໃບຢັ້ງຢືນການສັກ ວັກຊິນຕ້ານພະຍາດໂຄວິດ-19 ຄົບໂດສທີ່ມີອາຍຸຫຼາຍກວ່າ 12 ປີ,ຖ້າມີຜົນ ກວດຫາເຊື້ອພະຍາດໂຄວິດ-19 ເປັນລົບພາຍໃນ 48 ຊົ່ວໂມງກ່ອນເຂົ້າເມືອງ, ພາຍຫຼັງເຂົ້າເມືອງແລ້ວແມ່ນບໍ່ຕ້ອງກວດຫາເຊື້ອອີກ.ສຳລັບຄົນຕ່າງປະເທດທີ່ຕິດເຊື້ອພະຍາດໂຄວິດ-19 ພາຍຫຼັງເຂົ້າເມືອງແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນ ການປິ່ນປົວດ້ວຍຕົນເອງ.


   ນອກນີ້,ລັດຖະບານລາວຍັງອະນຸຍາດໃຫ້ຟື້ນຟູພາຫະນະປະເພດຕ່າງໆເຂົ້າ ອອກເມືອງ,ໂດຍມອບໃຫ້ກະຊວງໂຍທາທິການແລະຂົນສົ່ງວາງທິດທາງຊີ້ນຳທີ່ ກ່ຽວຂ້ອງ,ພ້ອມທັງມອບໃຫ້ກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂັ້ນຕ່າງໆເຮັດວຽກງານກະກຽມໃຫ້ດີເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ຽວ,ທັງອະນຸຍາດໃຫ້ເປີດ ສະຖານທີ່ລື່ນເລີງຄືນໃໝ່ພາຍໃຕ້ເງື່ອນໄຂມີການປ້ອງກັນພະຍາດຢ່າງເຂັ້ມງວດ.