ປະຊາຊົນຊູແອັດຈັດການປະທ້ວງເພື່ອຄັດຄ້ານຊູແອັດເຂົ້າເປັນສະມາຊິກຂອງອົງການນາໂຕ

2022-05-08 14:00:04 cri


ວັນທີ 7 ພຶດສະພານີ້, ປະຊາຊົນອູແອັດຫຼາຍຮ້ອຍຄົນໄດ້ໂຮມຊຸມນຸມຢູ່ນະຄອນ ຫຼວງສະໂຕກໂຄມ ເພື່ອຄັດຄ້ານຊູແອັດເຂົ້າເປັນສະມາຊິກອົງການນາໂຕ. ເຂົາເຈົ້າເຫັນວ່າ: ຖ້າວ່າພັກປະຊາທິປະໄຕສັງຄົມ ເຊິ່ງເປັນພັກກຳອຳນາດ ເປີດບັນຫາກ່ຽວກັບການເຂົ້າຮ່ວມອົງການນາໂຕ, ຊູແອັດກໍມີຄວາມອາດເປັນໄປໄດ້ຫຼາຍທີ່ຈະຍື່ນຄຳຮ້ອງຂໍໃຫ້ອົງການນາໂຕ.

ຜູ້ປະທ້ວງກ່າວວ່າ: “ພວກເຮົາບໍ່ເຊື່ອວ່າອົງການນາໂຕຈະສ້າງສັນຕິພາບ, ມັນຈະພາໃຫ້ເກີດສົງຄາມເທົ່ານັ້ນ.” ຍັງມີຜູ້ປະທ້ວງເຫັນວ່າ: ການອະພິປາຍກ່ຽວກັບອົງການນາໂຕຂອງຊູແອັດເປັນດ້ານດຽວໂພດ, ໃນກຸ່ມຄົນໄວໜຸ່ມ, ສ່ວນ ຫຼາຍແມ່ນຄັດຄ້ານຊູແອັດເຂົ້າເປັນສະມາຊິກຂອງອົງການນາໂຕ, ນີ້ສະແດງໃຫ້ເຫັນວ່າ, ການເຂົ້າເປັນສະມາຊິກຂອງອົງການນາໂຕ ບໍ່ແມ່ນທິດທາງທີ່ພວກເຮົາພວມສະແຫວງຫາ.