ທ່ານລີເຈ່ຍຊ່າວ ໄດ້ຮັບເລືອກຕັ້ງເປັນຜູ້ວ່າການເຂດບໍລິຫານພິເສດຮົງກົງສະໄໝທີ 6

2022-05-08 17:10:04 cri


ວັນທີ 8 ພຶດສະພານີ້, ໃນການເລືອກຕັ້ງຜູ້ວ່າການເຂດບໍລິຫານພິເສດຮົງກົງ, ທ່ານລີເຈ່ຍຊ່າວ ໄດ້ຮັບການເລືອກຕັ້ງເປັນຜູ້ວ່າການເຂດບໍລິຫານພິເສດຮົງກົງສະໄໝທີ 6.

ໃນຄະນະກຳມະການເລືອກຕັ້ງຜູ້ວ່າການເຂດບໍລິຫານພິເສດຮົງກົງ ມີກຳມະການເກືອບ 1460 ຄົນໄດ້ລົງຄະແນນສຽງຕໍ່ຜູ້ສະໝັກຮັບເລືອກຕັ້ງດ້ວຍແບບວິທີທີ່ບໍ່ລະບຸຊື່, ທ່ານລີເຈ່ຍຊ່າວໄດ້ຮັບຄະແນນສຽງ 1416 ສຽງ ເຊິ່ງທົ່ວຂະບວນການເລືອກຕັ້ງໄດ້ດຳເນີນໄປພາຍໃຕ້ການຕິດຕາມກວດກາຂອງຄະນະກຳມະການຄຸ້ມຄອງການເລືອກຕັ້ງຂອງເຂດບໍລິຫານພິເສດຮົງກົງ, ອົງການຕ້ານການສໍ້ລາດບັງຫຼວງ, ຜູ້ແທນຂອງຜູ້ສະໝັກຮັບເລືອກຕັ້ງເພື່ອຕິດຕາມການປ່ອນບັດ, ສາທາລະນະຊົນສາມັນແລະສື່ມວນຊົນ.

ອົງການປົກຄອງເຂດບໍລິຫານພິເສດຮົງກົງໄດ້ລາຍງານຜົນການເລືອກຕັ້ງດັ່ງກ່າວໃຫ້ລັດຖະບານປະຊາຊົນສູນກາງຈີນແຕ່ງຕັ້ງ. ໄລຍະດຳລົງຕຳແໜ່ງຂອງຜູ້ວ່າການເຂດບໍລິຫານພິເສດຮົງກົງສະໄໝທີ 6 ຈະເລີ່ມແຕ່ວັນທີ 1 ກໍລະກົດປີ 2022 ຫາວັນທີ 30 ມິຖຸນາປີ 2027.