ອາເມຣິກາໃຊ້ແຮງກົດດັນໃຫ້ລັດຖະບານເກຼັກມອບອາວຸດທີ່ຜະລິດໂດຍຣັດເຊຍໃຫ້ແກ່ອູແກຼນ

2022-05-08 13:38:35 CRI


ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ ແລະ ອູແກຼນເປັນຕົ້ນມາ, ອາເມຣິກາ ພ້ອມກັບພັນທະມິດນາໂຕໄດ້ຍຸແຍ່ຄວາມຂັດແຍ້ງຢ່າງຕໍ່ເນື່ອງ, ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ, ແລະ ການປະທະກັນມີຄວາມຮຸນແຮງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວກັນນັ້ນ, ອາເມຣິກາຍັງໄດ້ໃຊ້ແຮງກົດດັນຕໍ່ປະເທດພັນທະມິດຢ່າງບໍ່ຢຸດຢັ້ງໃນການລົງໂທດຣັດເຊຍ, ການສົ່ງອາວຸດໃຫ້ແກ່ອູແກຼນ ແລະອື່ນໆ. ວັນທີ 7 ພຶດສະພານີ້, ໜັງສືພິມ STAR ຂອງຕວກກີໄດ້ຍົກເອົາຄວາມເວົ້າຂອງຜູ້ສັນທັດກໍລະນີມາລາຍງານຂ່າວວ່າ, ຫຼັງຈາກຕວກກີປະຕິເສດບໍ່ມອບລະບົບປ້ອງກັນອາກາດS-400ທີ່ຜະລິດໂດຍຣັດເຊຍນັ້ນໃຫ້ອູແກຼນແລ້ວ, ອາເມຣິກາພວມໃຊ້ແຮງກົດດັນຕໍ່ລັດຖະບານເກຼັກ, ໂດຍທວງໃຫ້ເກຼັກມອບລະບົບປ້ອງກັນອາກາດS-300 ໃຫ້ແກ່ອູແກຼນ.

 

ລັດຖະບານອາເມຣິກາກ່າວວ່າຈະບໍ່ປະລະວີຖີແກ້ໄຂທາງການທູດ, ແຕ່ໃນການກະທຳຕົວຈິງພັດສົ່ງອາວຸດຈຳນວນຫຼວງຫຼາຍໃຫ້ແກ່ອູແກຼນຢ່າງຕໍ່ເນື່ອງ, ທັງປ່າວຂ່າວວ່າ ຈະຊ່ວຍເຫຼືອກອງທັບອູແກຼນທັບມ້າງກຳລັງຂອງກອງທັບຣັດເຊຍຢ່າງໜັກໜ່ວງ, ເຮັດໃຫ້ຣັດເຊຍປະສົບຄວາມປະລາໄຊທີ່ມີລັກສະນະຕັດສິນ; ພ້ອມກັນນັ້ນ, ອາເມຣິກາໄດ້ສວຍໃຊ້ກົນໄກກຸ່ມນາໂຕ ໂດຍທວງໃຫ້ປະເທດເອີຣົບສະໜອງອາວຸດໃຫ້ແກ່ອູແກຼນ, ປະສານສົມທົບ ແລະ ໃຊ້ແຮງກົດດັນຕໍ່ຫຼາຍປະເທດພັນທະມິດໃຫ້ລົງໂທດຣັດເຊຍດ້ານເສດຖະກິດ ແລະ ການເງິນມາຫຼາຍຮອບ. ກ່ຽວກັບເລື່ອງນີ້, ຣັດເຊຍຕຳໜິວ່າ ອາເມຣິກາເຂົ້າຮ່ວມການສູ້ຮົບກັບຣັດເຊຍດ້ວຍຮູບການທີ່ໃຫ້ການຊ່ວຍເຫຼືອດ້ານອາວຸດ, ຂ່າວລັບ ແລະອື່ນໆ, ໂດຍກ່າວວ່າ: ອາເມຣິກາ “ຕື່ມນ້ຳມັນໃສ່ກອງໄຟ”ຢ່າງບໍ່ຢຸດຢັ້ງ, ບໍ່ມີເຈດຕະນາຊຸກຍູ້ສັນຕິພາບແຕ່ຢ່າງໃດເລີຍ.