ອາເມຣິກາຈະລົງໂທດຣັດເຊຍຮອບໃໝ່

2022-05-09 16:51:35 cri


ວັນທີ 8 ພຶດສະພານີ້ຕາມເວລາທ້ອງຖິ່ນ, ທຳນຽບປະທານາທິບໍດີອາເມຣິກາປະກາດວ່າ: ຈະລົງໂທດຣັດເຊຍຮອບໃໝ່.

ອີງຕາມຂ່າວທີ່ທຳນຽບປະທານາທິບໍດີອາເມຣິກາເປີດເຜີຍນັ້ນ, ອາເມຣິກາຈະລົງໂທດສະຖານີໂທລະພາບແຫ່ງຊາດ 3 ແຫ່ງຂອງຣັດເຊຍທີ່ມີຜູ້ຊົມເບິ່ງຫຼາຍທີ່ສຸດ, ລວມທັງຊ່ອງ 1 ຣັດເຊຍ, ໂທລະພາບຊ່ອງ 1 ຣັດເຊຍແລະບໍລິສັດກະຈາຍສຽງ NTV ຂອງຣັດເຊຍ. ພ້ອມກັນນັ້ນ, ອາເມຣິກາຍັງຈະຫ້າມບໍ່ໃຫ້ບໍລິສັດແລະປະຊາຊົນຣັດເຊຍນຳໃຊ້ການບັນໍ, ການຈຳໜ່າຍແລະການໃຫ້ຄຳປຶກສາຂອງອາເມຣິກາ. ນອກນີ້, ເນື້ອໃນການລົງໂທດຍັງລວມເຖິງຂໍ້ຈຳກັດດ້ານການອອກວິຊາໃຫ້ເຈົ້າໜ້າທີ່ຣັດເຊຍແລະເບລາຣູຊີ 2600 ຄົນ, ພ້ອມທັງລົງໂທດຕໍ່ເຈົ້າໜ້າທີ່ຊັ້ນສູງຂອງທະນາຄານຣັດເຊຍຕື່ມອີກ.

ມາດຕະການລົງໂທດເຫຼົ່ານີ້ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 9 ພຶດສະພານີ້ເປັນຕົ້ນໄປ.