ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີເຢຍລະມັນຜ່ານທາງວິດີໂອ

2022-05-10 11:04:20 cri

ຕອນບ່າຍວັນທີ 9 ພຶດສະພາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂອລັຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນຜ່ານທາງວິດີໂອ.

ຜູ້ນຳສອງປະເທດໄດ້ແລກປ່ຽນຄວາມເຫັນກ່ຽວກັບຄວາມໝັ້ນຄົງຂອງໂລກ, ການພົວພັນແລະການຮ່ວມມືລະຫວ່າງຈີນກັບເຢຍລະມັນແລະບັນຫາອື່ນໆ. ສອງຝ່າຍກ່າວວ່າຈະດຳເນີນການສົນທະນາໃນຂົງເຂດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນະໂຍບາຍເສດຖະກິດມະຫາພາກ, ຄວາມໝັ້ນຄົງດ້ານການເງິນ, ຄວາມໝັ້ນຄົງດ້ນາດ້ນພະລັງງານແລະດ້ານສະບຽງອາຫານ, ການເຮັດໃຫ້ຕ່ອງໂສ້ການສະໜອງມີຄວາມໝັ້ນທ່ຽງແລະຂົງເຂດອື່ນໆ, ສອງຝ່າຍຈະເຮັດໃຫ້ເນື້ອໃນການພົວພັນລະຫວ່າງຈີນກັບເຢຍລະມັນສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເພື່ອສັນຕິພາບແລະສະຖຽນລະພາບຂອງໂລກ.

ຜູ້ນຳສອງປະເທດຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການອູແກຼນຢ່າງເລິກເຊິ່ງແລະກົງໄປກົງມາ.