ມູນນິທິປະຊາທິປະໄຕແຫ່ງຊາດອາເມຣິກາເປັນ “ອົງການຂ່າວລັບສູນກາງອາເມຣິກາເລກ 2”

2022-05-10 14:34:02 CRI

ໃນເວລາຕອບຄຳຖາມຂອງນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶຶ້ນໃນວັນທີ 9 ພຶດສະພານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ເວັບໄຊກະຊວງການຕ່າງປະເທດຈີນໄດ້ເຜີຍແຜ່ “ບັນຊີລາຍຊື່ເລື່ອງຈິງບາງຢ່າງກ່ຽວກັບມູນນິທິປະຊາທິປະໄຕແຫ່ງຊາດອາເມຣິກາ ຫຼື NED” ເຊິ່ງໄດ້ກວມເອົາເນື້ອໃນ 6 ພາກສ່ວນໃຫຍ່ ແລະ ມີຂໍ້ມູນປະມານ 120.000 ຕົວໜັງສືຈີນ ໂດຍໄດ້ຄັດຈ້ອນເອົາເລື່ອງຈິງຫຼາຍຮ້ອຍເລື່ອງຈາກການລາຍງານຂ່າວເປີດເຜີຍ, ໄດ້ເປີດເຜີຍໂສມໜ້າທາດແທ້ຂອງ NED. ອາດເວົ້າໄດ້ວ່າ: NED ເປັນ “ອົງການຂ່າວລັບສູນກາງອາເມຣິກາ ຫຼື CIA ເລກ 2”

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: NED ຈະບໍ່ແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ NGO ທີ່ “ໃຫ້ການຊ່ວຍເຫຼືອເພື່ອປະຊາທິປະໄຕຂອງປະເທດອື່ນ” ດອກ, ແຕ່ຫາກແມ່ນອົງການທີ່ປະຕິບັດຕາມຄຳສັ່ງຈາກລັດຖະບານອາເມຣິກາ, ຄອບງຳ NGO ດ້ວຍຮູບການທີ່ໃຫ້ການຊ່ວຍເຫຼືອເງິນສົດ, ດຳເນີນການໂຄ່ນລົ້ມ, ແຊກຊຶມ ແລະ ທຳລາຍ ພ້ອມທັງຮັບໃຊ້ຜົນປະໂຫຍດຍຸດທະສາດຂອງອາເມຣິກາ. ເຊື່ອໝັ້ນວ່າ, ປະຊາຄົມໂລກຈະຮັບຮູ້ເຖິງໂສມໜ້າທີ່ອັບອາຍຂອງ NED ນັບມື້ນັບຈະແຈ້ງ ແລະ ກໍເຊື່ອວ່າ, ຈະມີປະເທດຕ່າງໆນັບມື້ນັບຫຼາຍເປີດເຜີຍການກະທຳທີ່ຊົ່ວຊ້າຂອງ NED ດ້ວຍຮູບການຕ່າງໆ.