ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄົບຮອບ 100 ປີ ແລະກ່າວຄຳປາໄສສຳຄັນ

2022-05-10 10:34:24 CRI

ກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄົບຮອບ 100 ປີ ໄດ້ຈັດຂຶ້ນທີ່ຫໍສະພາປະຊາຊົນແຫ່ງຊາດ ນະຄອນຫຼວງປັກກິ່ງປະເທດຈີນ ໃນຕອນເຊົ້າວັນທີ 10 ພຶດສະພານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິຈີນ, ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະກ່າວຄຳປາໄສທີ່ສຳຄັນ.

ເດືອນກໍລະກົດປີ 1921, ຜູ້ແທນ 13 ທ່ານທີ່ມີອາຍຸສະເລ່ຍພຽງ 28 ປີໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງປະຖົມມະລືກ, ໄດ້ປະກາດສ້າງຕັ້ງພັກກອມມູນິດຈີນ ທີ່ເປັນເຫດການໃຫຍ່ “ປານສ້າງຟ້າສ້າງແຜ່ນດິນ”, ເປັນການເປີດສັງກາດໃໝ່ຂອງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ. ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ຄະນະຊາວໜຸ່ມກອມມູນິດຈີນໄດ້ສ້າງຕັ້ງຂຶ້ນໃນປີ 1922, ຂະບວນການຊາວໜຸ່ມຂອງຈີນໄດ້ເປີດປະຫວັດສາດໜ້າໃໝ່. ໂດຍອີງຕາມປຶ້ມປົກຂາວ “ຊາວໜຸ່ມຈີນໃນຍຸກໃໝ່” ທີ່ເຜີຍແຜ່ໃນຫວ່າງມໍ່ໆມານີ້, ມາຮອດທ້າຍປີ 2021, ສະມາຊິກຄະນະກອມມູນິດຈີນມີເຖິງ 73,715 ລ້ານຄົນ.