ທ່ານຢູນເຊວຢຸນ ດຳລົງຕຳແໜ່ງປະທານາທິບໍດີ ສ.ເກົາຫຼີ ສະໄໝທີ 20 ຢ່າງເປັນທາງການ

2022-05-11 14:42:17 CRI

ເວລາສູນໂມງຂອງວັນທີ 10 ພຶດສະພານີ້ຕາມເວລາທ້ອງຖິ່ນ, ທ່ານຢູນເຊວຢຸນ ປະທານາທິບໍດີ ສ.ເກົາຫຼີສະໄໝທີ 20 ໄດ້ຮັບສິດນຳພາກອງທັບ ສ.ເກົາຫຼີ ແລະ ຮັບຟັງການລາຍງານຈາກກົມໃຫຍ່ເສນາທິການປະສົມ ສ.ເກົາຫຼີ ເຊິ່ງໄດ້ເລີ່ມວາລະດຳລົງຕຳແໜ່ງປະທານາທິບໍດີຂອງຕົນຢ່າງເປັນທາງການ.

ເວລາ 11 ໂມງຂອງວັນທີ 10 ພຶດສະພານີ້, ພິທີສາບານຕົວຂຶ້ນດຳລົງຕຳແໜ່ງປະທານາທິບໍດີ ກ.ເກົາຫຼີສະໄໝທີ 20 ໄດ້ຈັດຂຶ້ນຢູ່ຫໍສະພາແຫ່ງຊາດທີ່ຕັ້ງຢູ່ນະຄອນຫຼວງເຊອູນ, ທ່ານຢູນເຊວຢຸນໄດ້ສາບານຕົວຂຶ້ນດຳລົງຕຳແໜ່ງຢ່າງເປັນທາງການ ແລະ ກ່າວຄຳປາໄສ.

ພາຍຫຼັງພິທີສາບານຕົວຂຶ້ນດຳລົງຕຳແໜ່ງສິ້ນສຸດລົງແລ້ວ, ທ່ານຢູນເຊວຢຸນໄດ້ເດີນທາງເຖິງຫ້ອງການປະທານາທິບໍດີ ທີ່ຕັ້ງຢູ່ໃນຕຶກຂອງກະຊວງປ້ອງກັນປະເທດ ທີ່ຕັ້ງຢູ່ເຂດຢົງຊານນະຄອນຫຼວງເຊອູນ ແລະ ເລີ່ມປະຕິບັດວຽກງານປະທານາທິບໍດີມື້ທຳອິດ.