ທ່ານສີຈິ້ນຜິງ ໂອ້ລົມກັບປະທານາທິບໍດີຝຣັ່ງຜ່ານທາງໂທລະສັບ

2022-05-11 13:42:02 cri

ຕອນບ່າຍວັນທີ 10 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ໂອ້ລົມກັບທ່ານແອມມານູເອນ ມາຄຣົງ ປະທານາທິບໍດີຣັ່ງ ຜ່ານທາງໂທລະສັບ.

ທ່ານສີຈິ້ນຜິງກ່າວວ່າ: ຈີນຊົມເຊີຍຣັ່ງຍຶດໝັ້ນຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ຫວັງວ່າຣັ່ງຈະຊຸກຍູ້ສະຫະພາບເອີຣົບ ໃຫ້ຍຶດໝັ້ນຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບຈີນ, ຮ່ວມກັບຈີນເດີນຕາມທິດທາງດຽວກັນ, ລົງເລິກການແລກປ່ຽນ ແລະການຮ່ວມມືເຊິ່ງກັນແລະກັນ ບົນພື້ນຖານຜົນປະໂຫຍດຮ່ວມກັນ. ຫວັງວ່າຣັ່ງຈະເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ສາຍພົວພັນຈີນ-ເອີຣົບໃຫ້ພັດທະນາຢ່າງປອດໃສ ໃນຖານະເປັນປະເທດປະທານໝູນວຽນສະພາບເອີຣົບ.

ທ່ານມາຄຣົງກ່າວວ່າ: ນັບແຕ່ຣັ່ງ ກັບຈີນສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນຕົ້ນມາ, ສອງຝ່າຍໄດ້ພັດທະນາສາຍພົວພັນຂອງສອງປະເທດຢ່າງຕັ້ງໜ້າ ໂດຍຍຶດໝັ້ນບົນຈິດໃຈທີ່ເປີດກວ້າງ. ໃນອີກ 5 ປີຕໍ່ໜ້າ, ຝຣັ່ງຍິນດີລົງເລິກ ແລະເພີ່ມທະວີການຮ່ວມມືກັບຈີນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກຊີວະນານາພັນ ແລະຂົງເຂດອື່ນໆ, ຊຸກຍູ້ສາຍພົວພັນຣັ່ງ-ຈີນໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ. ຝຣັ່ງຍິນດີເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ການພັດທະນາສາຍພົວພັນເອີຣົບ-ຈີນ.

ຜູ້ນຳສອງປະເທດຍັງໄດ້ແລກປ່ຽນຄວາມເຫັນກັນກ່ຽວກັບສະຖານະການອູແກຣນ ໂດຍມີຄວາມເຫັນເປັນເອກະພາບກັນວ່າ: ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນສະໜັບສະໜູນຣັດເຊຍ ກັບອູແກຣນຟື້ນຟູສັນຕິພາບ ໂດຍຜ່ານການເຈລະກັນ.