ກຸ່ມປະສົມອຸດສາຫະກຳການທະຫານອາເມຣິກາເປັນ “ຜີມານດູດເລືອດ” ຢູ່ເບື້ອງຫຼັງຂອງສົງຄາມ

2022-05-11 15:38:52 CRI

ວັນທີ 9 ພຶດສະພານີ້ຕາມເວລາທ້ອງຖິ່ນ, ທ່ານຈອນ ເກີບີ ໂຄສົກກະຊວງປ້ອງກັນປະເທດອາເມຣິກາໄດ້ກ່າວໃນກອງປະຊຸມລາຍງານສະພາບການໂດຍຫຍໍ້ວ່າ, ເງິນທີ່ເຫຼືອໄວ້ໃນ “ສິດເບີກເງິນຂອງປະທານາທິບໍດີ” ມີພຽງແຕ່ 100 ລ້ານໂດລາສະຫະລັດເທົ່ານັ້ນ. ນີ້ກໍໝາຍຄວາມວ່າ, ລັດຖະບານອາເມຣິກາຈະບໍ່ສາມາດຊ່ວຍເຫຼືອອູແກຣນໄດ້ຫຼາຍປານໃດແລ້ວ.

ມື້ດຽວກັນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຊັນກົດໝາຍວ່າດ້ວຍການໃຫ້ຢືມເຊົ່າສະບັບໜຶ່ງເພື່ອຊ່ວຍເຫຼືອອູແກຣນໃນການປ້ອງກັນປະຊາທິປະໄຕ, ກົດໝາຍສະບັບນີ້ຈະເຮັດໃຫ້ຂັ້ນຕອນທີ່ອາເມຣິກາໃຫ້ການຊ່ວຍເຫຼືອດ້ານການທະຫານແລະຊັບພະຍາກອນທີ່ຈຳເປັນອື່ນໆໃຫ້ແກ່ອູແກຣນກະທັດຮັດກວ່າເກົ່າຢ່າງຫຼວງຫຼາຍ. ກ່ອນໜ້ານີ້, ລັດຖະບານໂຈ ໄບເດັນໄດ້ຮຽກຮ້ອງໃຫ້ລັດຖະສະພາອາເມຣິກາຮັບຮອງແຜນການຊ່ວຍເຫຼືອເພີ່ມຕື່ມສະບັບໜຶ່ງທີ່ມີມູນຄ່າ 33 ຕື້ໂດລາສະຫະລັດ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອແກ່ອູແກຣນ.

ໃນຂະນະທີ່ງົບປະມານຊ່ວຍເຫຼືອອູແກຣນຈະໝົດກ້ຽງແລ້ວ, ປະທານາທິບໍດີອາເມຣິກາຍັງຍຶດໝັ້ນໃຫ້ລັດຖະສະພາອາເມຣິກາເພີ່ມການຊ່ວຍເຫຼືອທາງການທະຫານຕໍ່ອູແກຣນ, ຄວາມຮຽກຮ້ອງຕ້ອງການແບບແປກປະຫຼາດນີ້ ກໍເພື່ອນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງກຸ່ມປະສົມອຸດສາຫະກຳການທະຫານອາເມຣິກາ.

ກຸ່ມປະສົມອຸດສາຫະກຳການທະຫານອາເມຣິກາໝາຍເຖິງກຸ່ມຜົນປະໂຫຍດໃຫຍ່ໂຕ ທີ່ມີເຈົ້າໜ້າທີ່ທະຫານ, ວິສາຫະກິດຜະລິດອາວຸດຍຸດໂທປະກອນ, ສະມາຊິກລັດຖະສະພາ ແລະ ຄັງປັນຍາອາເມຣິກາສົມຮູ້ຮ່ວມຄິດນຳກັນ.

ການສົ່ງອອກອາວຸດແມ່ນວິທີການສຳຄັນໃນການຍາດເອົາຜົນກຳໄລຂອງກຸ່ມປະສົມອຸດສາຫະກຳການທະຫານຂອງອາເມຣິກາ. ແຫ່ງຕ່າງໆໃນທົ່ວໂລກເກີດການປະທະກັນຢູ່ບໍ່ເຊົາ, ຈະມີຄວາມຕ້ອງການຕໍ່ອາວຸດຢ່າງຕໍ່ເນື່ອງ, ກຸ່ມປະສົມອຸດສາຫະກຳການທະຫານອາເມຣິກາກໍຈະໄດ້ຮັບຜົນປະໂຫຍດຢ່າງຕໍ່ເນື່ອງ. ເພື່ອຮັບປະກັນການຂາຍອາວຸດ, ກຸ່ມປະສົມອຸດສາຫະກຳການທະຫານອາເມຣິກາໄດ້ຍຸຍົງສົ່ງເສີມລັດຖະບານອາເມຣິກາເຮັດສົງຄາມກັບຕ່າງປະເທດ ຫຼື ກໍ່ການປະທະກັນຢູ່ແຫ່ງຕ່າງໆໃນທົ່ວໂລກ ໂດຍຜ່ານຜູ້ທີ່ມີອິດທິພົນໃນລັດຖະບານອາເມຣິກາຂອງຕົນ. ສົງຄາມອ່າວເປີເຊຍ, ສົງຄາມໂກໂຊໂວ, ສົງຄາມອັຟການິສະຖານ, ສົງຄາມຊີຣີ ແລະ ອື່ນໆ, ຢູ່ເບື້ອງຫຼັງຂອງສົງຄາມສ່ວນຫຼາຍຂອງໂລກ, ລ້ວນແຕ່ມີເງົາມືດຂອງກຸ່ມປະສົມອຸດສາຫະກຳການທະຫານຂອງອາເມຣິກາ. ຕົວຢ່າງທີ່ເກີດຂຶ້ນໃນໄລຍະຜ່ານມາຄື: ການປະຕິບັດການພິເສດທາງການທະຫານຢູ່ອູແກຣນຂອງຣັດເຊຍກໍແມ່ນເກີດຂຶ້ນຍ້ອນອາເມຣິກາເຊັ່ນກັນ.

ທ່ານແຟຣງຄລິນ ສະພີນີ ເຄີຍເຮັດວຽກໃນຫ້ອງການລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາມາເປັນເວລາຫຼາຍປີ, ທ່ານໄດ້ຂຽນໃນບຣ໋ອກຂອງຕົນວ່າ: “ນັບແຕ່ເກີດມີການປະທະກັນລະຫວ່າງຣັດເຊຍແລະອູແກຣນເປັນຕົ້ນມາ, ທຳນຽບ 5 ແຈ, ຖະໜົນ K ທີ່ມີບໍລິສັດໂຄສະນາຊວນເຊື່ອປະຈຳຢູ່ຫຼາຍແຫ່ງ, ວິສາຫະກິດອຸດສາຫະກຳການທະຫານ ແລະ ໃນຕຶກລັດຖະສະພາອາເມຣິກາລ້ວນແຕ່ໄດ້ຈັດງານສະເຫຼີມສະຫຼອງກັນ. ສ່ວນຜູ້ເສຍສ່ວຍສາອາກອນຂອງອາເມຣິກາຈະຕ້ອງຈ່າຍຄ່າໃຫ້ແກ່ງານສະເຫຼີມສະຫຼອງເຫຼົ່ານີ້ໃນໄລຍະຍາວນານຕໍ່ໜ້ານີ້.” ທ່ານເຫັນວ່າ: ການປະທະກັນລະຫວ່າງຣັດເຊຍແລະອູແກຣນແມ່ນເກີດຂຶ້ນຈາກການຄວບຄຸມດ້ານການເມືອງ, ກຸ່ມປະສົມອຸດສາຫະກຳການທະຫານອາເມຣິກາຄວນຮັບຜິດຊອບຕໍ່ການປະທະກັນດ້ວຍກຳລັງອາວຸດຄັ້ງນີ້.

ນັບແຕ່ເກີດມີການປະທະກັນດ້ວຍກຳລັງອາວຸດລະຫວ່າງຣັດເຊຍແລະອູແກຣນເປັນຕົ້ນມາ, ຫຼາຍປະເທດໃນເອີຣົບລ້ວນແຕ່ໄດ້ປະກາດເພີ່ມງົບປະມານລາຍຈ່າຍດ້ານການປ້ອງກັນປະເທດຂອງຕົນ, ວິສາຫະກິດອຸດສາຫະກຳການທະຫານຂອງອາເມຣິກາກໍໄດ້ຮັບຜົນກຳໄລອັນມະຫາສານຈາກເລື່ອງນີ້.

ສົງຄາມເກີດຂຶ້ນຫຼາຍປານໃດ, ຊັບສິນກໍເພີ່ມຂຶ້ນຫຼາຍປານນັ້ນ; ຊັບສິນເພີ່ມຂຶ້ນຫຼາຍປານໃດ, ຄວາມໂລບມາກໂລພາກໍຈະໃຫຍ່ຂຶ້ນຄູ່ກັນ. ກຸ່ມປະສົມອຸດສາຫະກຳການທະຫານອາເມຣິກາກໍຄ້າຍຄືກັນກັບຜີມານທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງຂອງສົງຄາມ, ດູດກິນເລືອດຂອງປະຊາຊົນປະເທດຕ່າງໆໃນໂລກຢ່າງບັງອາດ ເພື່ອຕອບສະໜອງຕາມຄວາມໂລບມາກໂລພາຂອງຕົນ. ສ່ວນລັດຖະບານອາເມຣິກາ ທີ່ຖືກກຸ່ມປະສົມອຸດສາຫະກຳການທະຫານຄວບຄຸມແລ້ວນັ້ນກໍໄດ້ກາຍເປັນ “ເຄື່ອງມືຂອງຜີມານ”, ໄດ້ກອບໂກຍຜົນກຳໄລອັນມະຫາສານຈາກການທຳລາຍສັນຕພາບຂອງໂລກ.