ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍຈະບໍ່ປິດສະຖານທູດຣັດເຊຍປະຈຳຕ່າງປະເທດ

2022-05-11 16:23:39 cri


ວັນທີ 10 ພຶດສະພາ 2022, ຂ່າວສານຣັດເຊຍໄດ້ນຳເອົາຄວາມເວົ້າຂອງທ່ານ ອາເລັກຊັນເດີ ກຣູສ໌ໂກ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍມາລາຍງານວ່າ: ຣັດເຊຍຈະບໍ່ປິດສະຖານທູດຣັດເຊຍປະຈຳຕ່າງປະເທດເພື່ອເປັນການຕອບໂຕ້ຄືນຕໍ່ມາດຕະການບໍ່ເປັນມິດ ຂອງປະເທດເອີຣົບຕໍ່ຣັດເຊຍ, ຍ້ອນວ່າການກະທຳແບບນີ້ບໍ່ຖືກກັບປະເພນີການຕ່າງປະເທດຂອງຣັດເຊຍ.