ໜ່ວຍຊ່ຽວຊານແພດຊ່ວຍເຫຼືອລາວຂອງຈີນໄດ້ຮັບຫຼຽນກາກອງທັບປະຊາຊົນລາວ

2022-05-12 14:55:42 CRI

ໜ່ວຍຊ່ຽວຊານແພດຊ່ວຍເຫຼືອລາວຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຮັບຫຼຽນກາກອງທັບປະຊາຊົນລາວ, ພິທີປະດັບຫຼຽນໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນປະເທດລາວໃນວັນທີ 11 ພຶດສະພານີ້, ທ່ານພົນຕີວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສຍ້ອງຍໍ.

ທ່ານຫຼີປິ່ງ ທີ່ປຶກສາການທະຫານຂອງສະຖານທູດຈີນປະຈຳລາວກ່າວວ່າ, ໜ່ວຍຊ່ຽວຊານການແພດຈີນໄດ້ມຸ່ງໜ້າໄປສູ່ປະເທດລາວ ໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດຢູ່ປະເທດລາວໜັກໜ່ວງທີ່ສຸດ, ໄດ້ດຳເນີນການຮັບປະກັນດ້ານການແພດ, ການສິດສອນດ້ານການແພດ, ການແລກປ່ຽນວິຊາການ ແລະ ອື່ນໆ ຢູ່ໂຮງໝໍ 103, ໄດ້ຮັບໃຊ້ທະຫານແລະປະຊາຊົນລາວຢ່າງສຸດອົກສຸດໃຈ, ໄດ້ສ່ອງແສງໃຫ້ເຫັນເຖິງພາບພົດອັນດີງາມ ແລະ ລະດັບເຕັກນິກຂອງກອງທັບປະຊາຊົນ ດ້ວຍການກະທຳຕົວຈິງ.

ທ່ານພົນຕີວົງຄຳ ພົມມະກອນ ໄດ້ສະແດງຄວາມຢືນຢັນຢ່າງເຕັມທີ່ຕໍ່ວຽກງານຂອງໜ່ວຍຊ່ຽວຊານແພດຈີນໃນໄລຍະເຮັດວຽກຢູ່ລາວ ແລະ ກ່າວວ່າ, ໜ່ວຍຊ່ຽວຊານແພດຈີນໄດ້ອຸທິດກຳລັງແຮງຢ່າງສຸດຂີດ, ໄດ້ໃຫ້ການຊີ້ນຳແລະຊ່ວຍເຫຼືອແກ່ຝ່າຍລາວໃນດ້ານການບົ່ງມະຕິພະຍາດ, ການປິ່ນປົວ, ການບົວລະບັດຄົນເຈັບ ແລະ ການຝຶກອົບຮົມ ເຊິ່ງໄດ້ຍົກລະດັບດ້ານການປິ່ນປົວພະຍາດແລະຊ່ວຍເຫຼືອຊີວິດຢູ່ໂຮງໝໍ 103 ຂອງກອງທັບປະຊາຊົນລາວໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.