ສປປ ເກົາຫຼີພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນໂອມິຄຣອນ

2022-05-12 15:32:52 cri

    ອີງຕາມສຳນັກຂ່າວສານ ສປ ເກົາຫຼີ ລາຍງານໃນວັນທີ 12 ພຶດສະພານີ້ວ່າ: ສປ ເກົາຫຼີ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນໂອມິຣອນ.

ສຳນັກຂ່າວສານຢອນຮັບ (Yonhap) ຂອງ ສ. ເກົາຫຼີລາຍງານວ່າ: ທ່ານກິມ ເຈິງ-ອຸນ ຜູ້ນຳສູງສຸດຂອງປ ເກົາຫຼີ ກ່າວວ່າ: ສປປ ເກົາຫຼີ ໄດ້ເກີດເຫດສຸກເສີນຍ້ອນເຊື້ອພະຍາດໂຄວິດ-19. ເນື່ອງຈາກວ່າຢູ່ ສປປ ເກົາຫຼີ ມີຫຼາຍຄົນເກີດມີອາການທີ່ຖືກສົງໄສວ່າເປັນໄຂ້ຫວັດໃຫຍ່, ສະນັ້ນ, ສປປ ເກົາຫຼີໄດ້ປະຕິບັດມາດຕະການປ້ອງກັນໃນວັນທີ 11 ພຶດສະພານີ້ຕາມເວລາທ້ອງຖິ່ນ ໂດຍໃຫ້ປະຊາຊົນກັກບໍລິເວນ ແລະຕິດຕາມຢູ່ເຮືອນຂອງຕົນ.

ເພື່ອປ້ອງກັບໍ່ໃຫ້ເຊື້ອພະຍາດໂຄວິດ-19 ແຜ່ລະບາດເຂົ້າສູ່ປະເທດຕົນ, ປ ເກົາຫຼີ ໄດ້ເລີ່ມປິດຊາຍແດນນັບແຕ່ທ້າຍເດືອນມັງກອນປີ 2020 ເປັນຕົ້ນມາ. ກ່ອນໜ້ານີ້, ຢູ່ປ ເກົາຫຼີ ບໍ່ເຄີຍພົບຜູ້ຕິດເຊື້ອໂຄວິດ-19 ຈັກກໍລະນີ.