ອົສຕຼາລີຄວນຢຸດຕິການຂົ່ມຂູ່ຕໍ່ໝູ່ເກາະໂຊໂລມອນ

2022-05-12 16:56:56 cri


ວັນທີ 11 ພຶດສະພາ 2022, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ປະເທດໝູ່ເກາະຂອງມະຫາສະໝຸດປາຊີຟິກລວມທັງໝູ່ເກາະໂຊໂລມອນລ້ວນແຕ່ແມ່ນປະເທດເອກະລາດ, ອົສຕຼາລີຄວນຢຸດຕິການໃຊ້ກຳລັງໜີບຮັດແລະຂົ່ມຂູ່ຕໍ່ໝູ່ເກາະໂຊໂລມອນ.

ທ່ານຈ້າວລີ້ຈ່ຽນ ກ່າວຕື່ມວ່າ, ຈີນໄດ້ແນະນຳສະພາບທີ່ກ່ຽວຂ້ອງຂອບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງຈີນກັບໝູ່ເກາະໂຊໂລມອນເປັນຫຼາຍເທື່ອແລ້ວ, ຈີນແລະປະເທດໂຊໂລມອນປຶກສາຫາລືກັນຢ່າງເປັນເຈົ້າຕົນເອງແລະເຊັນສັນຍາຂອບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງລັດຖະບານແມ່ນການຮ່ວມມືດ້ານການປະຕິບັດກົດໝາຍແລະຄວາມໝັ້ນຄົງທີ່ປົກກະຕິ, ທັງສອດຄ່ອງກັບກົດໝາຍສາກົນແລະປະເພນີສາກົນ. ການຮ່ວມມືລະຫວ່າງຈີນກັບໝູ່ເກາະໂຊໂລມອນແມ່ນເປີດເຜີຍແລະໂປ່ງໃສ, ບໍ່ແນໃສ່ຝ່າຍທີສາມ, ບໍ່ໄດ້ກະທົບເຖິງການຮ່ວມມືລະຫວ່າງໝູ່ເກາະໂຊໂລມອນກັບຄູ່ຮ່ວມມືອື່ນໆແລະກົນໄກທີ່ມີຢູ່ໃນປັດຈຸບັນຢູ່ພາກພື້ນ, ແລະກໍສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງໝູ່ເກາະໂຊໂລມອນແລະພາກພື້ນອາຊີປາຊີຟິກໃຕ້. ອັນທີ່ເອີ້ນວ່າ: “ຈີນໄດ້ສ້າງຖານທັບຢູ່ໝູ່ເກາະໂຊໂລມອນ” ແມ່ນຂ່າວປອມທີ່ສ້າງຂຶ້ນຈາກຜູ້ທີ່ມີເຈຕະນາຮ້າຍຈຳນວນໜຶ່ງ.