ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ຢຸດຕິການປະທະກັນລະຫວ່າງຣັດເຊຍແລະອູແກຣນ ແລະ ທ່ານຈະກຽມພ້ອມເພື່ອການເຈລະຈາສັນຕິພາບ

2022-05-12 14:54:58 CRI

ວັນທີ 11 ພຶດສະພານີ້, ຢູ່ນະຄອນຫຼວງວຽນຂອງປະເທດໂອຕຣິສ ທ່ານອັນໂຕນິໂອ ກູເທີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວພາຍຫຼັງພົບປະກັບທ່ານອາເລັກຊັນເດີ ວັນ ເດີ ເບເລນ ປະທານາທິບໍດີໂອຕຣິສວ່າ, ຕ້ອງຢຸດຕິການປະທະກັນລະຫວ່າງຣັດເຊຍແລະອູແກຣນ ໂດຍກ່າວວ່າ, ການປະທະກັນຄັ້ງນີ້ຈະບໍ່ແກ່ຍາວເວລາຕໍ່ໄປຢ່າງບໍ່ມີວັນສິ້ນສຸດ, ການເວລາຂອງການເຈລະຈາສັນຕິພາບຈະມາເຖິງອີກຄັ້ງ, ອົງການສະຫະປະຊາຊາດຈະກຽມຄວາມພ້ອມສຳລັບເລື່ອງນີ້.

ທ່ານອັນໂຕນິໂອ ກູເທີເຣສກ່າວວ່າ, ອົງການສະຫະປະຊາຊາດໄດ້ສຸມໃສ່ບັນຫາຍົກຍ້າຍປະຊາຊົນ ແລະ ສ້າງແລວທາງມະນຸດສະທຳຢູ່ເມືອງມາຣີອູໂປນ,  “ຢູ່ນີ້ຍັງມີພື້ນທີ່ທາງການທູດທີ່ໃຫຍ່ສົມຄວນ”. ນອກນີ້, ອົງການສະຫະປະຊາຊາດຍັງຢາກຊອກຫາວິທີທີ່ເຮັດໃຫ້ທັນຍາຫານແລະຝຸ່ນເຄມີຂອງອູແກຣນສາມາດປ້ອນເຂົ້າສູ່ຕະຫຼາດໂລກໄດ້ອີກດ້ວຍ.