ທ່ານຫວາງຢີ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດປາກີສະຖານຜ່ານທາງວິດີໂອ

2022-05-12 16:50:15 cri

ວັນທີ 11 ພຶດສະພາ 2022, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານບິລະວານ ລັດຖະມົນຕີກະຊວງການຕ່າງປະເທດປາກີສະຖານ.

ທ່ານຫວາງຢີ້ ກ່າວວ່າ: ການພົວພັນລະຫວ່າງຈີນກັບປາກີສະຖານໄດ້ຜ່ານການທົດສອບເປັນໄລຍະດົນນານມາແລ້ວ, ຈະບໍ່ຫວັ່ນໄຫວຫຼືປ່ຽນແປງຍ້ອນເຫດການໃດທີ່ເກີດຂຶ້ນກະທັນຫັນ. ຈີນຈະສະໜັບສະໜູນປາກີສະຖານປົກປັກຮັກສາສິດອະທິປະໄຕ, ຄວາມໝັ້ນຄົງແລະກຽດສັກສີຂອງຊາດຢ່າງເດັດດ່ຽວຄືເກົ່າ, ເຊື່ອໝັ້ນວ່າປາກີສະຖານຈະສືບຕໍ່ຢືນຢູ່ຝ່າຍດຽວກັນກັບຈີນໃນບັນຫາຕ່າງໆທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງຈີນ.

ທ່ານບິລະວານ ກ່າວວ່າ: ພັກການເມືອງຂອງປາກີສະຖານບໍ່ວ່າພັກການເມືອງກຳອຳນາດຫຼືພັກຝ່າຍຄ້ານລ້ວນແຕ່ສະໜັບສະໜູນມິດຕະພາບລະຫວ່າງປາກີສະຖານກັບຈີນຢ່າງເດັດດ່ຽວ, ນີ້ແມ່ນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະຊາຊົນປາກີສະຖານ. ປາກີສະຖານຍຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ, ສະໜັບສະໜູນຫຼັກໝັ້ນຂອງຈີນກ່ຽວກັບບັນຫາໄຕ້ຫວັນ, ເຂດປົກຄອງຕົນເອງຊິ່ນຈ່ຽງແລະເຂດປົກຄອງຕົນເອງຕິເບດຂອງຈີນລວມທັງບັນຫາທະເລຈີນໃຕ້ຢ່າງເດັດດ່ຽວ. ປາກີສະຖານສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໂດຍສະເພາະແມ່ນການສ້າງແລວທາງເສດຖະກິດປາກີສະຖານ-ຈີນ.

ສອງຝ່າຍຍັງໄດ້ສຸມໃສ່ແລກປ່ຽນຄວາມເຫັນກ່ຽວກັບຄວາມປອດໄພຂອງປະຊາຊົນຈີນແລະອົງການຈັດຕັ້ງຂອງຈີນຢູ່ປາກີສະຖານ.