ວັນທີ 11 ພຶດສະພານີ້, ກະຊວງສາທາລະນະສຸກປາເລັສຕິນໄດ້ອອກຖະແຫຼງການວ່າ, ນັກຂ່າວເພດຍິງຂອງໂທລະພາບອານ ຈາຊີຣາຖືກຍິງເສຍຊີວິດຢ່າງບໍ່ເປັນຈັ່ງບຸນໃນຂະນະລາຍງານຂ່າວກ່ຽວກັບການປະທະກັນທີ່ເກີດຂຶ້ນຢູ່ຄ້າຍຊາວອົບພະຍົບແຫ່ງໜຶ່ງຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ. ຜູ້ເສຍຊີວິດແມ່ນນັກຂ່າວຊ່ອງພາສາອາຣັບຂອງໂທລະພາບອານ ຈາຊີຣາ.