ຍອດປະລິມານການເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນຂອງຈີນໄດ້ເພີ່ມຂຶ້ນ 25 ຕື້ກິໂລ

2022-05-13 11:02:10 CRI

ອົງການສະສົມທັນຍາຫານແລະເຄື່ອງຍຸດທະສາດແຫ່ງຊາດຈີນເປີດເຜີຍໃນວັນທີ 12 ພຶດສະພານີ້ວ່າ: ປັດຈຸບັນ, ນັບລວມແລ້ວ, ເຂດຜະລິດທັນຍາຫານຕົ້ນຕໍຂອງຈີນໄດ້ເກັບຊື້ທັນຍາຫານລະດູໃບໄມ້ຫຼົ່ນສົກ 2021-2022 ໄດ້ 190 ກວ່າຕື້ກິໂລ, ໄດ້ເພີ່ມຂຶ້ນ 25 ຕື້ກິໂລ ເມື່ອທຽບໃສ່ສົກ 2020-2021, ການເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນສົກ 2021-2022 ໄດ້ສິ້ນສຸດລົງຢ່າງຈົບງາມ.

ປັດຈຸບັນ, ສະພາບການຜະລິດທັນຍາຫານໃນລະດູຮ້ອນຂອງຈີນໄດ້ດີກວ່າຄາດໝາຍ, ພາກສ່ວນສະສົມທັນຍາຫານແລະເຄື່ອງຍຸດທະສາດທຸກຂັ້ນ ແລະ ວິສາຫະກິດທັນຍາຫານຕ່າງໆ ກໍກຽມພ້ອມແລ້ວເພື່ອເກັບຊື້ທັນຍາຫານໃນລະດູຮ້ອນ.

ອີງຕາມການສຳຫຼວດສະພາບກະສິກຳທີ່ກະຊວງກະສິກຳແລະຊົນນະບົດຈີນເປີດເຜີຍໃນວັນທີ 12 ພຶດສະພານີ້ສະແດງໃຫ້ເຫັນວ່າ: ການປູກຝັງໃນລະດູໃບໄມ້ປົ່ງປີນີ້ໄດ້ບັນລຸ 72,4%, ຄືບໜ້າໄວກວ່າໄລຍະດຽວກັນຂອງປີກາຍ 1,8%.