ຊຽງໄຮ້ຈະພະຍາຍາມບັນລຸບໍ່ໃຫ້ມີຜູ້ຕິດເຊື້ອພະຍາດໃນສັງຄົມເມື່ອຮອດກາງເດືອນນີ້

2022-05-13 11:01:23 CRI

ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ນະຄອນຊຽງໄຮ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ພຶດສະພານີ້, ທ່ານອູຊິງ ຮອງເຈົ້າຄອງຜູ້ປະຈຳການຂອງນະຄອນຊຽງໄຮ້ກ່າວວ່າ, ເປົ້າໝາຍໃນປັດຈຸບັນຂອງນະຄອນຊຽງໄຮ້ແມ່ນພະຍາຍາມບັນລຸບໍ່ໃຫ້ມີຜູ້ຕິດເຊື້ອພະຍາດໃນສັງຄົມເມື່ອຮອດກາງເດືອນນີ້. ເມື່ອຮອດເວລານັ້ນ, ຈະເປີດການຈຳກັດ, ມີການໄປມາຫາສູ່ແບບຈຳກັດ, ປ້ອງກັນແລະຄວບຄຸມຢ່າງມີປະສິດທິຜົນ ແລະ ຄຸ້ມຄອງແບບແບ່ງປະເພດ. ນະຄອນຊຽງໄຮ້ຈະປັບປ່ຽນເຂດກັກກັນ, ເຂດຄວບຄຸມ ແລະ ເຂດປ້ອງກັນ ພາຍໃຕ້ສະພາບຮັບມືສຸກເສີນ ໃຫ້ມາເປັນການຄຸ້ມຄອງໂດຍແບ່ງເປັນປະເພດມີຄວາມສ່ຽງສູງ, ຄວາມສ່ຽງປານກາງ ແລະ ຄວາມສ່ຽງຕ່ຳ ພາຍໃຕ້ສະພາບການປ້ອງກັນແລະຄວບຄຸມແບບປົກກະຕິ.