ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນຢ່າງຈົບງາມ

2022-05-13 15:42:00 cri

ປີ 2013 ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການຮ່ວມມືສ້າງ “ແລວທາງເສດຖະກິດເສັ້ນທາງສາຍໄໝໃໝ່” ແລະ “ເສັ້ນທາງສາຍໄໝເທິງທະເລສະຕະວັດທີ 21”. ພ້ອມທັງໄດ້ກ່າວຢູ່ຫຼາຍສະຖານທີ່ສຳຄັນວ່າ: ການຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງໄດ້ອຳນວຍໂອກາດໃໝ່ໃຫ້ແກ່ການພັດທະນາຂອງປະເທດຕ່າງໆຢູ່ໃນໂລກ, ທັງໄດ້ສ້າງໂອ ກາດໃໝ່ໃຫ້ແກ່ການເປີດປະຕູສູ່ພາຍນອກແລະການພັດທະນາຂອງຈີນ.

 


ນັບແຕ່ທ່ານປະທານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນເວລາ 8 ປີຜ່ານມານີ້, ປະເທດຈີນໄດ້ລົງນາມໃນເອກະສານການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ 149 ປະເທດແລະ 32 ອົງການຈັດຕັ້ງສາກົນ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ແມ່ນໄດ້ມາຈາກການຫັນທິດສະດີປ່ຽນມາເປັນພຶດຕິກຳ, ໄດ້ສ້າງກາລະໂອກາດແລະສ້າງຜົນປະໂຫຍດໃຫ້ກັບໂລກ.


 

ປະເທດຈີນໄດ້ປະສານສົມທົບ ແລະວາງແຜນເພື່ອຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ສ້າງສະພາບການພັດທະນາອັນໃໝ່ ແລະຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ມາໂດຍຕະຫຼອດ. ຍຶດໝັ້ນຫຼັກການຮ່ວມກັນປຶກສາຫາລື, ຮ່ວມກັນສ້າງແລະຮ່ວມກັນຊົມໃຊ້, ໂດຍຖືເອົາການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງເປັນທິດທາງສຳຄັນ, ຖືເອົາການເຊື່ອມໂຍງເຊື່ອມຈອດກົດລະບຽບແລະມາດຕະຖານເປັນເສົາຄ້ຳສຳຄັນ, ຖືເອົາການປະສານຈິດໃຈຂອງປະຊາຊົນກັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນພື້ນຖານສຳຄັນ, ເພື່ອຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີການພັດທະນາດ້ວຍຄຸນນະພາບສູງ ແລະໄດ້ຮັບຜົນສຳເລັດທີ່ແທ້ຈິງ.


 

ຜ່ານການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”,ບໍ່ພຽງແຕ່ໄດ້ຍົກລະດັບການເປີດປະຕູສູ່ພາຍນອກຂອງເຂດແຄວ້ນຕ່າງໆພາຍໃນປະເທດຈີນໃຫ້ສູງຂຶ້ນ,ແລະໄດ້ຂະຫຍາຍກວ້າງອອກຂົງເຂດເປີດປະຕູສູ່ພາຍນອກເທົ່ານັ້ນ, ຍັງໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກແບບລະບຽບການ,ໄດ້ສ້າງກຸ່ມເພື່ອນມິດຢ່າງກວ້າງຂວາງ, ໄດ້ຊອກຄົ້ນເສັ້ນທາງໃໝ່ແຫ່ງການຊຸກຍູ້ການຮ່ວມກັນພັດທະນາ, ໄດ້ບັນລຸໃຫ້ປະ ເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.