PPI ໃນເດືອນເມສາປີນີ້ຂອງອາເມຣິກາໄດ້ເພີ່ມຂຶ້ນ 11% ເມື່ອທຽບໃສ່ເດືອນເມສາປີກາຍ

2022-05-13 11:03:45 CRI

ອີງຕາມຕົວເລກຂໍ້ມູນທີ່ກະຊວງແຮງງານອາເມຣິກາເປີດເຜີຍໃນວັນທີ 12 ພຶດສະພານີ້ສະແດງໃຫ້ເຫັນວ່າ: ດັດສະນີລາຄາຜູ້ຜະລິດ ຫຼື PPI ໃນເດືອນເມສາປີນີ້ຂອງອາເມຣິກາໄດ້ເພີ່ມຂຶ້ນ 11% ເມື່ອທຽບໃສ່ເດືອນເມສາປີກາຍນີ້ ແລະ ໄດ້ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ເດືອນມີນາປີນີ້. ຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ, ອັດຕາເງິນເຟີ້ຂອງອາເມຣິກາຍັງຢູ່ໃນລະດັບສູງສຸດໃນຮອບ 40 ປີ.

ອີງຕາມຕົວເລກຂໍ້ມູນທີ່ເປີດເຜີຍໃນມື້ດຽວກັນສະແດງໃຫ້ເຫັນວ່າ, ອາທິດໜຶ່ງຜ່ານມາຄືນັບມາຮອດວັນທີ 7 ພຶດສະພານີ້, ຈຳນວນຜູ້ຮ້ອງຂໍເງິນອຸດໜູນການຫວ່າງງານເປັນຄັ້ງທຳອິດຂອງອາເມຣິກາມີເຖິງ 203.000 ຄົນ ເຊິ່ງໄດ້ເພີ່ມຂຶ້ນ 3.000 ຄົນ ເມື່ອທຽບໃສ່ຈຳນວນຄົນໃນອາທິດກ່ອນ.

ອີງຕາມຕົວເລກຂໍ້ມູນທີ່ກະຊວງແຮງງານອາເມຣິກາເປີດເຜີຍໃນວັນທີ 11 ພຶດສະພານີ້ສະແດງໃຫ້ເຫັນວ່າ, ດັດສະນີລາຄາບໍລິໂພກ ຫຼື CPI ໃນເດືອນເມສາປີນີ້ຂອງອາເມຣິກາໄດ້ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ເດືອນເມສາປີກາຍນີ້ ແລະ ສູງກວ່າຕົວເລກທີ່ຄາດໄວ້ລ່ວງໜ້າຄື 8,1% ເຊິ່ງຍັງຢູ່ໃນລະດັບສູງໃນປະຫວັດສາດ.