ທຸກເລື່ອງນ້ອຍເວົ້າສຳລັບຄົນພິການແລ້ວກໍແມ່ນເລື່ອງໃຫຍ່

2022-05-13 17:06:41 CRI

 “ຢູ່ຄຽງຂ້າງຂ້ອຍບໍ່ຄ່ອຍມີຄົນຕາບອດ, ຂ້ອຍບໍ່ໄດ້ສົນໃຈເປັນພິເສດວ່າ ການອອກເດີນທາງຂອງເຂົາເຈົ້າຈະພົບບັນຫາຫຍັງ. ຖ້າມີລົດຈອດຢູ່ຕາມທາງຍ່າງສຳລັບຄົນຕາບອດແລ້ວ, ຈະເປັນເລື່ອງທີ່ອັນຕະລາຍທີ່ສຸດ.

ຢູ່ຕາມຖະໜົນຫົນທາງສາຍຕ່າງໆຂອງນະຄອນຫຼວງປັກກິ່ງ, ຈະມີທາງເດີນລົດເຂັນແລະທາງຍ່າງສຳລັບຄົນຕາບອດໝົດ. ໃນສູນການຄ້າຕ່າງໆລ້ວນແຕ່ມີໝົດ.

ຂ້າພະເຈົ້າເຫັນວ່າ: ຍັງຄວນເພີ່ມທະວີການໂຄສະນາໃນສັງຄົມ, ເຮັໃຫ້ເດັກນ້ອຍມີສະຕິໃນດ້ານນີ້, ຍັງຕ້ອງມີການກະທຳຕົວຈິງອື່ນໆອີກ.”

ຫ້ອງນ້ຳສາທາລະນະກໍມີທາງສຳລັບການເດີນລົດເຂັນ. ປັດຈຸບັນ, ປະເທດເຮົາກໍໄດ້ເອົາໃຈໃສ່ເລື່ອງນີ້ຫຼາຍ ເຊິ່ງມີຜົນດີຕໍ່ຄົນພິການຫຼາຍ ແລະ ເປັນເລື່ອງທີ່ດີຫຼາຍ.”

 


ທ່ານຜູ້ຟັງທີ່ເຄົາລົບ, ວັນທີ 15 ພຶດສະພາປີ 2022 ເປັນວັນຊ່ວຍຄົນພິການທົ່ວປະເທດຈີນຄັ້ງທີ 32. ນັກຂ່າວໄດ້ໄປສຳພາດຫຼາຍຄົນຢູ່ຕາມຖະໜົນຫົນທາງ. ເຂົາເຈົ້າເຫັນວ່າ, ໃນຫຼາຍປີມໍ່ໆມານີ້, “ການກໍ່ສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງ ແມ່ນການປົກປ້ອງສິດແລະຜົນປະໂຫຍດຂອຄົນພິການຂອງຈີນໄດ້ດີກວ່າແຕ່ກ່ອນຫຼາຍ, ແຕ່ກໍຍັງຕ້ອງໄດ້ປັບປຸງໃຫ້ດີຂຶ້ນຕື່ມອີກ.

ທ່ານຫຼິວເວີ້ຍຊາງ ກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ກໍເຫັນດີນຳສະພາບການທີ່ປະຊາຊົນເວົ້າມານັ້ນ. ທ່ານຫຼິວເວີ້ຍຊາງພິການຂາຍ້ອນເປັນພະຍາດໂປລີໂອຕອນຍັງນ້ອຍ. ທ່ານເອງມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ເລື່ອງນີ້, ຢູ່ບ້ານເກີດຂອງທ່ານ, ເປັນເມືອງທີ່ຢູ່ຫ່າງໄກຈາກນະຄອນຫຼວງປັກກິ່ງ 400 ກວ່າກິໂລແມັດ, ສິ່ງກໍ່ສ້າງໃນຕົວເມືອຈຳນວນໜຶ່ງຍັງເຮັດບໍ່ທັນໄດ້ດີປານໃດ. “ສິ່ງກໍ່ສ້າງທີ່ບໍ່ສິ່ງກີດຂວາງແມ່ນມີສ່ວນກ່ຽວຂ້ອງຢ່າງແໜ້ນແຟ້ນກັບຄົນພິການພວກເຮົາ, ໂດຍຜ່ານຈາກການປັບປຸງສິ່ງກໍ່ສ້າງເຫຼົ່ານີ້, ຈະສ້າງຄວາມສະດວກໃຫ້ແກ່ການອອກເດີນທາງຂອງພວກເຮົາ. ປັດຈຸບັນ, ໃນຕົວເມືອງໃຫຍ່ຂອງຈີນແມ່ນເຮັດໄດ້ດີຫຼາຍແລ້ວ. ສິ່ງກໍ່ສ້າງບໍ່ມີສິ່ງກີດຂວາງຢູ່ຕາມຫ້ອງນ້ຳ, ຮ້ານອາຫານ ແລະ ເຮືອນພັກຕ່າງໆໃນຕົວເມືອງນ້ອຍບໍ່ດີປານໃດ, ການເຂົ້າຫ້ອງນ້ຳກໍຍັງຍາກເລີຍ, ເຖິງວ່າຈະເປັນເລື່ອງນ້ອຍໆແຕ່ເວົ້າສຳລັບຄົນພິການແລ້ວ, ກໍຈະເປັນເລື່ອງໃຫຍ່.”

ດັ່ງຄຳເວົ້າຂອງທ່ານຫຼິວເວີ້ຍຊາງ, ເລື່ອງນ້ອຍໆສຳລັບຄົນທຳມະດາແລ້ວຈະກໍອາດເປັນເລື່ອງໃຫຍ່ສຳລັບຄົນພິການ. ສະພາບແວດລ້ອມບໍ່ມີສິ່ງກີດຂວາງຈະພົວພັນເຖິງຜົນປະໂຫຍດຕົວຈິງຂອງຄົນພິການຈີນ 85 ລ້ານຄົນ.

ທ່ານສາວຈຸ່ນ ປະທານສະມາຄົມຄົນຕາບອດສະຫະພັນຄົນພິການເມືອງສາວຢ໋າງນະຄອນຫຼວງປັກກິ່ງໄດ້ຍົກຕົວຢ່າງວ່າ: “ພວກເຮົາອາດຈະມີຄວາມເຂົ້າໃຈຕ່າງກັນກັບຄົນທັງຫຼາຍກ່ຽວກັບສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງ. ປະຊາຊົນທຳມະດາຍິ່ງເອົາໃຈໃສ່ວ່າ ທາງຍ່າງສຳລັບຄົນຕາບອດຈະຖືກກີດຂວາງຫຼືບໍ່. ແຕ່ພວກເຮົາຍິ່ງເອົາໃຈໃສ່ວ່າ, ໃນຄຸ້ມເຮືອນຂອງພວກເຮົາມີທາງຍ່າງສຳລັບຄົນຕາບອດຫຼືບໍ່, ຂ້າພະເຈົ້າຈະສາມາດອອໄປເລາະໃນຄຸ້ມເຮືອນຢູ່ໄດ້ຫຼືບໍ່, ລິບໃນຄຸ້ມຊຸມຊົນມີອັດສຽງບອກຊັ້ນບໍ່, ຖ້າບໍ່ມີ, ຈະລຳບາກຫຼາຍ, ບໍ່ຮູ້ວ່າລິບໄປຮອດຊັ້ນໃດແລ້ວ.”



ເຮັດແນວໃດ ເພື່ອເຮັດໃຫ້ທາງຍ່າງສຳລັບຄົນຕາບອດ ແລະ ລິບ ໄດ້ຕາມມາດຕະຖານກວ່າ, ເຮັດໃຫ້ມວນຊົນ, ວິສາຫະກິດ, ອຳນາດກາປົກຄອງທ້ອງຖິ່ນ ໄດ້ຄຳນຶງເຖິງຄົນພິການ ໃນເວລາກໍ່ສ້າງສິ່ງກໍ່ສ້າງຕ່າງໆ ແລະ ບົວລະບັດປະຈຳວັນ. ເລື່ອງເລັກໆນ້ອຍໆເຫຼົ່ານີ້ ໄດ້ຮັບຄວາມສົນໃຈຫຼາຍໃນກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ. ກຳມະການໃນຂົງເຂດຕ່າງໆ ແລະ ມາຈາກທ້ອງຖິ່ນຕ່າງກັນ ໄດ້ສະເໜີຍັດຕິຫຼາຍສະບັບທີ່ກ່ຽວຂ້ອງກັບການກໍ່ສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງ ສຳລັບຄົນຕາບອດ.

ໃນໄລຍະ 15 ປີຜ່ານມານີ້, ທ່ານນາງຢ໋າງເຈ່ຍ ກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ສະເໜີຍັດຕິ 60 ກວ່າສະບັບ, ໃນນັ້ນ, ມີຫຼາຍສະບັບແມ່ນມີສ່ວນກ່ຽວຂ້ອງກັບການພັດທະນາຂອງຄົນພິການ ແລະ ໄດ້ຮັບການແກ້ໄຂ, ຍັດຕິທີ່ທ່ານຮຽກຮ້ອງໃຫ້ເພີ່ມຕົວໜັງສືຂຶ້ນໜ້າຈໍສຳລັບຄົນພິການຫູໃນລາຍການໂທລະພາບຖ່າຍທອດສົດ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງວ່ອງໄວ. ທ່ານເຫັນວ່າ, ສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງແມ່ນມີຜົນປະໂຫຍດຕໍ່ທົ່ວສັງຄົມ. ທ່ານກ່າວວ່າ: “ການສ້າງສິ່ງກໍ່ສ້າງທີ່ບໍ່ມີສິ່ງກີດຂວາງແມ່ນເພື່ອທົ່ວສັງຄົມ, ເພື່ອເຮັດໃຫ້ຕົວເມືອງຢູ່ເຢັນເປັນສຸກກວ່າເກົ່າ, ເຮັດໃຫ້ຊີວິດການເປັນຢູ່ຂອງຍິງ, ຊາຍ, ຜູ້ເຖົ້າ ແລະ ເດັກນ້ອຍ ລ້ວນແຕ່ມີຄວາມສະດວກກວ່າເກົ່າ. ຍ້ອນວ່າ, ການອອກແບບທຸກຢ່າງ ລ້ວນແຕ່ຄວນເປັນການອອກແບບທີ່ເໝາະສົມສຳລັບໝົດທຸກຄົນ.”

ໃນຫຼາຍປີມໍ່ໆມານີ້, ຄຽງຄູ່ກັບການພັດທະນາເສດຖະກິດສັງຄົມຂອງຈີນ, ກຳມະການສະພາປຶກສາການເມືອງປະຊົນແຫ່ງຊາດຈີນໄດ້ສະເໜີຍັດຕິຫຼາຍສະບັບອອກມາ ໂດຍສະເໜີໃຫ້ອັບເດດມະໂນພາບແລະເນື້ອໃນບາງຢ່າງ ພ້ອມທັງເປີດກວ້າງຂອບເຂດ. ນອກຈາກສິ່ງກໍ່ສ້າງບໍ່ມີສິ່ງກີດຂວາງຕາມຖະໜົນຫົນທາງແລ້ວ, ຍັງຕ້ອງເພີ່ມເນື້ອໃນດ້ານວັດທະນະທຳ, ທ່ອງທ່ຽວ, ສາທາລະນະສຸກ ແລະ ອື່ນໆ, ປັບປຸງພາລະບົດບາດຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນໃຫ້ສົມບູນຂຶ້ນ ແລະ ທັງໃຫ້ການຮັບປະກັນດ້ານງົບປະມານຈຳນວນໜຶ່ງ.

ປີນີ້, ກຳມະການເພດຍິງ 3 ຄົນ ໃນວົງການສິລະປະວັນນະຄະດີ ຂອງສພາປຶສາກນເມືອງປະຊາຊົນແຫ່ງຊາດຈີນກໍເຄີຍຮ່ວມກັນສະເໜີໃຫ້ສ້າງເຂດບໍ່ມີສິ່ງກີດຂວາງໃນສະຖານທີ່ການສະແດງສິລະປະວັນນະຄະດີ, ຈະສາຍຮູບເງົາທີ່ບໍ່ມີສິ່ງກີດຂວາງເປັນປະຈຳໃນໂຮງລະຄອນທີ່ເປັນຈຸດທົດລອງ, ໂດຍຜ່ານຈາກມາດຕະການດ້ານວິທະຍາສາດເຕັກນິກ, ເຮັດໃຫ້ຄົນພິການຕາສາມາດເຂົ້າໄປຊົມລະຄອນງິ້ວ, ລະຄອນເວົ້າ ແລະ ລະຄອນຮ້ອງໃນໂຮງລະຄອນໄດ້.

ການເຮັດໃຫ້ຄົນພິການສາມາດຊົມໃຊ້ຄວາມສະດວກໃນສະໄໝອັດສະລິຍະ ເປັນຫົວຂໍ້ໃໝ່ໃນການກໍ່ສ້າງສິ່ງກໍ່ສ້າງທີ່ບໍ່ມີສິ່ງກີດຂວາງ. ທ່ານສາວຈຸ່ນເປັນຄົນຕາບອດມາແຕ່ກຳເນີດ, ທ່ານຮູ້ດີວ່າ ຄົນພິການຕາບໍ່ສາມາດຊົມໃຊ້ຊີວິດການເປັນຢູ່ທີ່ເຕັມໄປດ້ວຍວິທະສາດເຕັກນິກແບບທັນສະໄໝ. ປີ 2013, ທ່ານເລີ່ມຄົ້ນຄວ້າຊອບແວອ່ານໜ້າຈໍສຳລັຄົນພິການຕາໃຊ້ມືຖືສະມາດ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າທັງຫຼາຍ.

ທ່ານກ່າວວ່າ: “ຄົນຕາບອດຈະໃຊ້ຈໍສຳຜັດແນວໃດ? ພວກເຮົາຕ້ອງແກ້ໄຂບັນຫານີ້. ຄົ້ນຄວ້າເບິ່ງວ່າ, ຈະມີຮູບແບບໜັງສືສຳລັບຄົນຕາບອດບໍ່, ສຳຜັດບ່ອນໃດ, ກໍມີສຽງອອກມາໂລດ. ພວກເຮົາໄດ້ອອກແບບສັນຍາລັກມືຂອຄົນຕາບອດ, ຕົວຢ່າງຄື: ໜ້າຈໍມີກາໝາຍ 8 ອັນ, ສຳຜັດບ່ອນໃດ, ກໍມີສຽງອ່ານອອກມາທັນທີ. ຄົນທຳມະສຳຜັດເທື່ອດຽວກໍສາມາດເປີດໃຊ້ງານ, ຄົນຕາບອດເຮົາຕ້ອງສຳຜັດສອງເທື່ອ ຫຼືໃຊ້ສັນຍາລັກມືເປີດໃຊ້ງານ.



ຈີນເອົາໃຈໃສ່ເປັນຢ່າງສູງຕໍ່ການປົກປ້ອງສິດແລະຜົນປະໂຫຍດຂອງຄົນພິການ. ຈີນເລີ່ມປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງຄົນພິການນັບແຕ່ປີ 1991 ເປັນຕົ້ນມາ ແລະ ໄດ້ດັດແກ້ຫຼາຍເທື່ອ. ປີ 2012, ຈີນໄດ້ປະກາດໃຊ້ກົດລະບຽບວ່າດ້ວຍການກໍ່ສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງໂດຍຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆອຳນວຍຄວາມສະດວກດ້ານການອອກເດີນທາງໃຫ້ແກ່ຄົນພິການ ໃນການສ້າງສາຕົວເມືອງແລະຄຸ້ມຊຸມຊົນ.

ປີນີ້, ນະຄອນຫຼວງປັກກິ່ງ ແລະ ແຂວງຈ່ຽງຊູຈີນຕ່າງໄດ້ວາງກົດລະບຽບວ່າດ້ວຍການປະຕິບັດການກໍ່ສ້າງສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງຢ່າງລະອຽດ ໂດຍໄດ້ລະບຸວ່າ: ສະໜັບສະໜູນການພັດທະນາຜະລິດຕະພັນວິທະສາດເຕັກນິກທີ່ບໍ່ມີສິ່ງກີດຂວາງ, ຊຸກຍູ້ການສ້າງສິ່ງກໍ່ສ້າງທີ່ບໍ່ມີສິ່ງກີດຂວາງໃນຂົງເຂດອິນເຕີເນັດເຄື່ອນທີ່, ເວັບໄຊບໍລິການຂອງລັດຖະບານແລະອຳນາດການປົກຄອງທ້ອງຖິ່ນ ຈະບັນລຸມາດຕະຖານການອອກແບບເວັບໄຊທີ່ສະດວກຕໍ່ການນຳໃຊ້ຂອງຄົນພິການເທື່ອລະກ້າວ.

ອາດເວົ້າໄດ້ວ່າ: ການສ້າງສິ່ງກໍ່ສ້າງທີ່ບໍ່ມີສິ່ງກີດຂວາງໃນເມື່ອກ່ອນໄດ້ເນັ້ນການແກ້ໄຂບັນຫາທີ່ວ່າມີຫຼືບໍ່ມີ, ແຕ່ປັດຈຸບັນ, ຕ້ອງເນັ້ນການແກ້ໄຂໄດ້ດີ ຫຼື ເຮັດແນວໃດຈະເຮັດໄດ້ດີກວ່າເກົ່າ.

ການຈັດງານກິລາໂອລິປິກຄົນພິການລະດູໜາວປັກກິ່ງໄດ້ຍົກລະດັບຄວາມຮັບຮູ້ຂອງທົ່ວສັງຄົມຈີນໃຫ້ສູງຂຶ້ນຫຼາຍ. ທ່ານສາວຈຸ່ນມີຄວາມຮູ້ສຶກທີ່ດີໃນພິທີເປີດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ. ທ່ານກ່າວວ່າ:

 “ພວກເຮົານັ່ງຢູ່ແຖວທີ 12, ບັນຍາກາດຢູ່ກັບທີ່ດີຫຼາຍ. ທ່ານປະທານສີຈິ້ນຜິງປະກາດໄຂງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ຂ້າພະເຈົ້າຮູ້ສຶກກະຕຸ້ນໃຈຫຼາຍ. ທ່ານປະທານເພິ່ນຄົງມີວຽກຫຼາຍ, ແຕ່ພັດໄດ້ມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ນີ້ກໍໝາຍຄວາມວ່າ: ທ່ານປະທານເອົາໃຈໃສ່ຕໍ່ຄົນພິການພວກເຮົາຄືກັນກັບຄົນທຳມະດາ.

ຖ້າຢາກຍົກລະດັບຄວາມຮັບຮູ້ຕໍ່ສະພາບແວດລ້ອມທີ່ບໍ່ມີສິ່ງກີດຂວາງຂອງທົ່ວສັງຄົມໃຫ້ສູງຂຶ້ນຕື່ອີກ, ຍັງຕ້ອງພະຍາຍາມໃຫ້ຫຼາຍ. ນາງຜິງຢາລີ້ ຜູ້ໄດ້ຮັບຫຼຽນຄຳຫຼຽນທຳອິດໃນງານກິລາໂອລິມປິກຄົນພິການຂອງຈີນສະເໜີວ່າ, ສາມາດລົງມືຈາກການສຶກສາຂອງເດັກນ້ອຍ. ນາງກ່າວວ່າ:

 “ສູນລ້ຽງໝານຳທາງສຳລັບຄົນຕາບອດຕ້າຫຼຽນໄດ້ຈັດກິດຈະກຳຢູ່ນະຄອນຫຼວງປັກກິ່ງ, ຄອບຄົວມີຄວາມຮັກແພງສາມາດໄປຮັບລ້ຽງໝານ້ອຍນຳທາງໂຕໜຶ່ງ, ເດັກນ້ອຍແລະພໍ່ແມ່ລ້ຽງໝາໂຕນີ້ນຳກັນ. ເດັກນ້ອຍທັງຫຼາຍສາມາດຕັ້ງຊື່ສີລິມຸງຄຸນເພື່ອຄົນພິການຕາ ດ້ວຍຕົນເອງ, ມີເດັກນ້ອຍບາງຄົນຕັ້ງຊື່ທີ່ມີຄວາມໝາຍວ່າ: ມ່ວນຊື່ນ, ສະຫວ່າງ ແລະ ດວງຕາເວັນເປັນຕົ້ນ. ເມື່ອເດັກນ້ອຍເຫຼົ່ານີ້ເຕີບໃຫຍ່ຂຶ້ນມາແລ້ວ, ເຂົາເຈົ້າກໍຮູ້ວ່າຈະເບິ່ງແຍງດູແລຄົນພິການຕາແນວໃດ. ນີ້ເປັນເລື່ອງທີ່ດີທີ່ສຸດ ແລະ ຍັງສາມາດນຳໃຊ້ໂອກາດວັນຊ່ວຍຄົນພິການທົ່ວປະເທດ ຫຼື ຍາມພັກລະດູຮ້ອນ, ໃຫ້ເດັກນ້ອຍທັງຫຼາຍເຂົ້າຮ່ວມກິດຈະກຳຂອງອົງການຈັດສະຫວັດດີການສັງຄົມ.”

ນາງຫຼີຈຸ່ນໂປ່ ແລະ ນາງກົ່ວຈິ້ງ ປະຊາຊົນນະຄອນຫຼວງປັກກິ່ງກໍເຫັນວ່າ: ພວກເຮົາຮ່ວມແຮງຮ່ວມໃຈກັນ, ສັງຄົມພວກເຮົາຈະມີຄວາມອົບອຸ່ນກວ່ເກົ່າ.

ທັດສະນະຂອງຄົນທັງຫຼາຍກຳລັງມີການປ່ຽນແປງ, ການປະພຶດແລະຄວາມຮັບຮູ້ຂອງຄົນທັງຫຼາຍກໍໄດ້ຍົກສູງຂຶ້ນຫຼາຍ.”

ພວກເຮົາແລ່ນຕໍ່ແຮງ, ສັງຄົມຈະມີຄວາມອົບອຸ່ນກວ່ເກົ່າ.”

ວັນຊ່ວຍຄົນພິການທົ່ວປະເທດເປັນພຽງການຕັກເຕືອນເທົ່ານັ້ນ, ຫວັງວ່າ, ທຸກວັນຈະແມ່ນວັນຊ່ວຍຄົນພິການ, ທຸກຄົນຈະຮັກແພງຄົນພິການ.”