ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນໂລກລວມທັງໝົດມີເຖິງ 517.648.631 ກໍລະນີ

2022-05-14 15:23:47 cri

      ອົງການອະນາໄມໂລກຫຼື WHO ໄດ້ເປີດເຜີຍຕົວເລກສະຖິຕິຫຼ້າສຸດໃນວັນທີ 13 ພຶດສະພານີ້ໂດຍສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນໂລກລວມທັງໝົດໄດ້ມີເຖິງ 517.648.631 ກໍລະນີ.

      ຕາມຕົວເລກສະຖິຕິຫຼ້າສຸດຈາກເວັບໄຊ WHO ສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 15 ໂມງ 39 ນາທີຂອງວັນທີ 13 ພຶດສະພານີ້ຕາມເວລາພາກກາງຂອງເອີຣົບ( 20 ໂມງ 39 ນາທີຕາມເວລາວຽງຈັນ), ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ໃນໂລກມີເຖິງ 567.618 ກໍລະນີ, ລວມທັງໝົດມີເຖິງ 517.648.631 ກໍລະນີ; ຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ມີເຖິງ 1.738 ກໍລະນີ, ລວມທັງໝົດມີເຖິງ 6.261.708 ກໍລະນີ.