ຈັດພິທີລົງມືກໍ່ສ້າງໂຮງງານຜະລິດວັກຊີນຂອງບໍລິສັດຊີໂນແວັກຈີນຢູ່ຈີເລ

2022-05-14 15:26:11 cri

      ວັນທີ 12 ພຶດສະພານີ້, ບໍລິສັດຊີໂນແວັກຫຸ້ນສ່ວນຈຳກັດຈີນປະຈຳຈີເລໄດ້ຈັດພິທີລົງມືກໍ່ສ້າງໂຮງງານຜະລິດວັກຊີນຢູ່ເຂດຄຸຍລີຄຸຣາທີ່ນະຄອນຫຼວງຊັງຕີອາໂກປະເທດຈີເລ, ພາຍຫຼັງສ້າງສຳເລັດແລ້ວໂຮງງານດັ່ງກ່າວຈະສາມາດຜະລິດວັກຊີນໄດ້ເຖິງ 50 ລ້ານຫຼອດຕໍ່ປີ.

      ທ່ານ ຈ່ຽງເຕີຢູ້ ຜູ້ອຳນວຍການໃຫຍ່ບໍລິສັດຊີໂນແວັກຫຸ້ນສ່ວນຈຳກັດຈີນປະຈຳຈີເລໄດ້ແຈ້ງໃຫ້ຮູ້ໃນພິທີດັ່ງກ່າວວ່າ: ບໍລິສັດດັ່ງກ່າວໄດ້ຈົດທະບຽນແລະສ້າງຕັ້ງຂຶ້ນໃນວັນທີ 10 ກັນຍາປີ 2021, ໄດ້ລົງທຶນທັງໝົດ 100 ລ້ານໂດລາ, ເນື້ອທີ່ໂຮງງານກວມຫຼາຍກວ່າ  2,1 ໝື່ນຕາແມັດ ເຊິ່ງໂຮງງານດັ່ງກ່າວຈະສຸມໃສ່ການຫໍ່ແລະຜະລິດວັກຊີນ, ຜະລິດຕະພັນຕົ້ນຕໍລວມທັງວັກຊີນປ້ອງກັນໂຄວິດ-19, ວັກຊີນປ້ອງກັນພະຍາດຕັບອັກເສບ A ຫຼື HAV ແລະວັກຊີນປ້ອງກັນພະຍາດໄຂ້ຫວັດໃຫຍ່ແລະອື່ນໆ,ເພື່ອຊ່ວຍຈີເລຫັນການຜະລິດວັກຊີນໃຫ້ເປັນແບບອຸດສາຫະກຳ.