ຕວກກີບໍ່ມີຄຳເຫັນອັນຕັ້ງໜ້າຕໍ່ແຟງລັງແລະຊູແອດເຂົ້າຮ່ວມອົງການນາໂຕ

2022-05-14 15:27:21 cri

      ວັນທີ 13 ພຶດສະພານີ້, ທ່ານ ຣີເຊັບ ໄຕຢິບ ເອໂດການ ປະທານາທິບໍດີຕວກກີກ່າວຢູ່ອິສຕັນບຸນວ່າ: ຕວກກີບໍ່ອາດມີຫຼັກໝັ້ນທີ່ຕັ້ງໜ້າຕໍ່ແຜນການກ່ຽວກັບແຟງລັງແລະຊູແອດເຂົ້າຮ່ວມອົງການນາໂຕ.

      ໃນມື້ດັ່ງກ່າວ, ທ່ານ ຣີເຊັບ ໄຕຢິບ ເອໂດການ ກ່າວຕໍ່ສື່ມວນຊົນວ່າ: ຕວກກີໄດ້ຕິດຕາມຢ່າງໃກ້ຊິດຕໍ່ຄວາມຄືບໜ້າກ່ຽວກັບການເຂົ້າຮ່ວມອົງການນາໂຕຂອງແຟງລັງແລະຊູແອດ,ແຕ່ພວກຂ້າພະເຈົ້າບໍ່ມີຄຳເຫັນອັນຕັ້ງໜ້າກ່ຽວກັບເລື່ອງນີ້.

      ທ່ານ ເອໂດການ ຍັງກ່າວຕື່ມວ່າ: ປະເທດແຫຼມເດີ ສຄານດີນາວຽນໄດ້ກາຍເປັນສະຖານທີ່ລີ້ຕົວຂອງກຸ່ມກໍ່ການຮ້າຍເຊິ່ງລວມທັງພັກກຳມະກອນຊາວເຄີດ ຫຼື PKK , ສະນັ້ນພວກຂ້າພະເຈົ້າຈະບໍ່ມີຄຳເຫັນອັນຕັ້ງໜ້າ.

      ວັນທີ 12 ພຶດສະພານີ້, ປະທານາທິບໍດີແລະນາຍົກລັດຖະມົນຕີແຟງລັງໄດ້ອອກຖະແຫຼງການຮ່ວມໂດຍກ່າວວ່າຈະສະໜັບສະໜູນແຟງລັງຮ້ອງຂໍເຂົ້າຮ່ວມອົງການນາໂຕ. ສື່ມວນຊົນແຟງລັງລາຍງານວ່າ: ແຟງລັງຈະປະກາດຂໍ້ຕົກລົງທີ່ຈະຮ້ອງຂໍເຂົ້າຮ່ວມອົງການນາໂຕພາຍໃນບໍ່ເທົ່າໃດມື້ຂ້າງໜ້າ,ພ້ອມທັງຈະຮ່ວມກັບຊູແອດຍື່ນໃບຮ້ອງຂໍໃຫ້ອົງການນາໂຕໃນອາທິດໜ້າ.