ວັນທີ 13 ພຶດສະພານີ້, ທ່ານເຊີເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ແລະທ່ານໂລຍດ໌ ອອັສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ສົນທະນາກັນຜ່ານທາງໂທລະສັບ. ນີ້ເປັນການສົນທະນາທາງໂທລະສັບຄັ້ງທຳອິດລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍແລະອາເມຣິກາ ນັບແຕ່ຣັດເຊຍເລີ່ມດຳເນີນການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນເປັນຕົ້ນມາ.
ກະຊວງປ້ອງກັນປະເທດຣັດເຊຍໄດ້ອອກຖະແຫຼງການວ່າ: ວັນທີ 13 ພຶດສະພານີ້, ທ່ານເຊີເກ ໂຊຍກູໄດ້ສົນທະນາທາງໂທລະສັບກັບທ່ານໂລຍດ໌ ອອັສຕິນຕາມນັດ. ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບບັນຫາຈຸດສຸມຕ່າງໆດ້ານຄວາມປອດໄພສາກົນ ເຊິ່ງລວມທັງສະຖານະການອູແກຣນ.
ໃນມື້ດຽວກັນ, ທ່ານຈອນ ເຄີບີ ໂຄສົກກະຊວງປ້ອງກັນປະເທດອາເມຣິກາກໍໄດ້ອອກຖະແຫຼງການວ່າ: ໃນການສົນທະນາ, ທ່ານໂລຍດ໌ ອອັສຕິນໄດ້ຮຽກຮ້ອງໃຫ້ຢຸດຍິງກັນຢູ່ອູແກຣນໃນທັນທີ, ແລະກ່າວເນັ້ນເຖິງຄວາມສຳຄັນຂອງການຮັກສາຄວາມສະດວກໃນການສື່ສານລະຫວ່າງກອງທັບອາເມຣິກາແລະຣັດເຊຍ. ທ່ານຍັງກ່າວວ່າ: ການທົນທະນາທາງໂທລະສັບເທື່ອກ່ອນລະຫວ່າງທ່ານໂລຍດ໌ ອອັສຕິນກັບທ່ານເຊີເກ ໂຊຍກູ ແມ່ນໄດ້ດຳເນີນໃນວັນທີ 18 ກຸມພາປີນີ້.