ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ອາເມຣິກາຊູຊີເຊື້ອເຊີນເຈົ້າໜ້າທີ່ໄຕ້ຫວັນ ຈີນຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການຕ້ານພະຍາດໂຄວິດ-19 ຂອງໂລກ

2022-05-14 12:32:50 CRI


     ວັນທີ 13 ພຶດສະພານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຂ່າວວ່າ: ເນື່ອງຈາກວ່າອາເມຣິກາບໍ່ເອົາຫົວຊານຳຫຼັກໝັ້ນຂອງຈີນ, ຝືນກັບຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະຊາຄົມໂລກກ່ຽວກັບຫຼັກການປະເທດຈີນດຽວ, ຊູຊີເຊື້ອເຊີນເຈົ້າໜ້າທີ່ໄຕ້ຫວັນເຂົ້າຮ່ວມ, ສະນັ້ນ, ຈີນຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດີໂອກ່ຽວກັບການຕ້ານພະຍາດໂຄວິດ-19 ຂອງໂລກຄັ້ງທີ 2.


     ທ່ານຈ້າວລີ້ຈ່ຽນກ່າວວ່າ: ຈີນຊົມເຊີຍຄວາມພະຍາຍາມທັງໝົດທີ່ມີຜົນດີຕໍ່ການຮ່ວມມືຕ້ານກັບພະຍາດ ແລະການຕ້ານພະຍາດແບບຖືກຕາມຫຼັກວິທະຍາສາດຂອງປະຊາຄົມໂລກ, ແຕ່ຄັດຄ້ານທຸກປະເທດທີ່ຫຼິ້ນເກມການເມືອງໂດຍເອົາການຕ້ານກັບພະຍາດເປັນຂໍ້ອ້າງ.


     ທ່ານຍັງກ່າວຕື່ມວ່າ: ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ສະເໜີແນວຄິດປະຊາຄົມຮ່ວມດ້ານສາທາລະນະສຸກຂອງມວນມະນຸດກ່ອນໝູ່, ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນດ້ານວັກຊີນ, ຊ່ວຍປະເທດຕ່າງໆໃນໂລກປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ. ປັດຈຸບັນນີ້, ພະຍາດໂຄວິດ-19 ຍັງພວມແຜ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ, ບັນດາປະເທດໃນໂລກຕ້ອງຮ່ວມໄມ້ຮ່ວມມືກັນຕ້ານກັບພະຍາດ. ຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກ ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການແກ້ໄຂບັນຫາຂາດເຂີນວັກຊີນ ການສ້າງພູມຄຸ້ມກັນໃຫ້ຊາວໂລກ ແລະສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການກະທຳຕົວຈິງ.