ທ່ານໂມຮາມເມັດໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສະຫະລັດອາຣັບເອມີເຣດ

2022-05-15 12:05:32 cri


ວັນທີ 14 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຄະນະກຳມະການສູງສຸດຂອງສະຫະລັດອາຣັບເອມີເຣດໄດ້ເລືອກຕັ້ງທ່ານເຊກ ໂມຮາມເມັດ ບິນ ຊາເຢັດ ອັນ ນາຮາຢັນ ເປັນປະທານາທິບໍດີຜູ້ໃໝ່ຂອງສະຫະລັດອາຣັບເອມີເຣດ.

ທ່ານໂມຮາມເມັດ ເກີດໃນປີ 1961, ແມ່ນລູກຊາຍຜູ້ທີ 3 ຂອງທ່ານຈາເຢັດ ປະທານາທິບໍດີຜູ້ສະຖາປະນາສະຫະລັດອາຣັບເອມີເຣດ, ຖືກແຕ່ງຕັ້ງເປັນອົງມົງກຸດ ລາຊະກຸມານຂອງອາບູດາບີ ໃນເດືອນພະຈິກປີ 2004 ແລະເປັນຮອງຜູ້ບັນຊາການໃຫຍ່ຂອງກອງທັບສະຫະລັດອາຣັບເອມີເຣດ.

ຄະນະກຳມະການສູງສຸດຂອງສະຫະລັດອາຣັບເອມີເຣດປະກອບດ້ວຍປະມຸກຂອງ 7 ລັດ, ເປັນອົງການອຳນາດສູງສຸດ, ປະທານາທິບໍດີແລະຮອງປະທານາທິບໍດີຈະເລືອກຕັ້ງຈາກສະມາຊິກອົງການນີ້, ມີອາຍຸຕຳແໜ່ງເປັນເວລາ 5 ປີ, ປະທານາທິບໍດີຈະເປັນຜູ້ບັນຊາການໃຫຍ່ຂອງກອງທັບ.