ການທີ່ອິນເດຍຫ້າມສົ່ງອອກເຂົ້າບະເລອາດຈະເຮັດໃຫ້ລາຄາສະບຽງອາຫານຂອງໂລກຖີບໂຕສູງຂຶ້ນ

2022-05-15 14:16:17 cri


ວັນທີ 13 ພຶດສະພານີ້, ກະຊວງການຄ້າແລະອຸດສາຫະກຳອິນເດຍໄດ້ປະກາດວ່າ: ຫ້າມສົ່ງອອກເຂົ້າບະເລແຕ່ວັນທີ 13 ພຶດສະພານີ້ເປັນຕົ້ນໄປ ເພື່ອປ້ອງກັນຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນປະເທດ ຍ້ອນລາຄາເຂົ້າບະເລໃນໂລກຖີບໂຕສູງຂຶ້ນຢ່າງກະທັນຫັນ. ອັດຕາສ່ວນການສົ່ງອອກເຂົ້າບະເລທີ່ໄດ້ຮັບການອະນຸຍາດກ່ອນການອອກຄຳສັ່ງຫ້າມດັ່ງກ່າວຈະບໍ່ຖືກຜົນກະທົບ, ການສົ່ງອອກເຂົ້າບະເລເພື່ອໃຫ້ການຊ່ວຍເຫຼືອທີ່ໄດ້ຮັບການອະນຸຍາດຈາກລັດຖະບານໃນຕໍ່ໜ້າ ກໍຈະນອນຢູ່ໃນຂໍ້ຍົກເວັ້ນເຊັ່ນກັນ.



ອິນເດຍແມ່ນປະເທດຜະລິດເຂົ້າບະເລໃຫຍ່ທີສອງຂອງໂລກ, ແຕ່ເຂົ້າບະເລທີ່ອິນເດຍຜະລິດນັ້ນຕົ້ນຕໍສະໜອງໃຫ້ຕະຫຼາດພາຍໃນປະເທດ, ບໍ່ແມ່ນປະເທດຕົ້ນຕໍໃນການສົ່ງອອກເຂົ້າບະເລ. ແຕ່ອິນເດຍໄດ້ເພີ່ມການສົ່ງອອກເຂົ້າບະເລເປັນຈຳນວນຫຼວງຫຼາຍໃນສົກປີການເງິນທີ່ຜ່ານມາ, ບຸກຄົນພາຍໃນວົງການເຫັນວ່າ: ຂໍ້ ຫ້າມສົ່ງອອກເຂົ້າບະເລຫຼ້າສຸດດັ່ງກ່າວ ອາດຈະເຮັດໃຫ້ລາຄາສະບຽງອາຫານຖີບໂຕສູງຂຶ້ນເຊັ່ນກັນ.